ກອງຊອກຫາແລະກູ້ໄພກູ້ຊີບຂອງລັດເຊຍອອກຈາກອີຢິບ

ກອງຊອກຫາແລະກູ້ໄພກູ້ຊີບຂອງລັດເຊຍອອກຈາກອີຢິບ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 11/11 ບັນດາ​ສະມາ​ຊິກ​ຂອງ​ກອງ​ຊອກ​ຫາ ​ແລະ ​ກູ້​ໄພ​ກູ້​ຊີບ​ຂອງ ລັດ​ເຊຍ ​ໄດ້​ອອກ​ຈາກ ອີ​ຢິບ ກັບ​ເມື່ອ​ປະ​ເທດ, ພາຍຫລັງ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ທີ່​ກ່ຽວຂ້ອງ​ເຖິງ​ອຸປະ​ຕິ​ເຫດ​​ເຮືອບິນ ​ລັດ​ເຊຍ ຕົກ ຢູ່ ​ແຫຼມ​ເກາະ Sinai ​ໃນ​ວັນ​ທີ 31/10 ຜ່ານ​ມາ. ກອງ​ຊອກ​ຫາ ​ແລະ ​ກູ້​ໄພ​ກູ້​ຊີບ​ລວມມີສະມາຊິກ 48 ຄົນ ​ໄດ້​ອອກ​ຈາກ​ນະຄອນ​ຫລວງ Cairo ພາຍຫລັງ​ທີ່​ໄດ້ກວດກາ​ບັນດາ​ຊາກ​ສົບ ​ແລະ ດຳ​ເນີນ​ການ​ພິສູດ​ເອກະລັກ​ບຸກຄົນຢູ່​ສະຖານ​ທີ່​ເກີດ​ເຫດ​ໃນເຂດ Hassana ​ທີ່​ຫ່າງ​ຈາກ​ນະຄອນ el - Arish ຂອງ​ Sinai ​ໄປ​ທາງ​ທິດ​ໃຕ້ ປະມານ 70 ກມ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ນັກ​ສືບສວນ​​ຊາວ ລັດ​ເຊຍ ​ໃນ​ຄະນະ​ກຳມະການ​ສືບສວນ​ເຫດ​ເຮືອບິນ​ຕົກດັ່ງກ່າວ ຍັງຄົງຢູ່ ອີ​ຢິບ ຕື່ມ​ອີກ​ເພື່ອ​ສືບ​ຕໍ່​ຊອກ​ຫາ​ສາຍ​ເຫດ​ພາ​ໃຫ້​ເຮືອບິນ​ຕົກ.

ຂ່າວ/ບົດ​ອື່ນ