ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ

(VOVWORLD) -ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ດ້ວຍຈຸດປະສົງຕອບບຸນແທນຄຸນບັນດາຄົນລຸ້ນພໍ່, ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ.

ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ - ảnh 1 ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ

(ພາບ: qdnd.vn)

ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ (16 ສິງຫາ 2005 – 16 ສິງຫາ 2020). ປີ 2005, ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ດ້ວຍຈຸດປະສົງຕອບບຸນແທນຄຸນບັນດາຄົນລຸ້ນພໍ່, ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ.

        ໃນໄລຍະ 15 ປີຜ່ານມາ, ກອງທຶນ “ອາຍຸ 20 ປີຕະຫຼອດໄປ” ໄດ້ມອບຂອງຂວັນນັບໝື່ນພູດທີ່ມີມູນຄ່າເກືອບ 4 ຕື້ດົ່ງ; ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 3 ຫຼັງ; ປີ 2019 ເປີດສະຫຼອງທາດສົມມະນາຄຸນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ… ໃນໄລຍະຈະມາເຖິງ, ກອງທຶນຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຕອບບຸນແທນຄຸນ, ຖ່າຍທອດມູນເຊື້ອໃຫ້ໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ