ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕາມຂໍ້ມູນຈາກກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ກອງທຶນໄດ້ຊ່ວຍເຫຼືອເງິນຈຳນວນເກືອບ 7,8 ຕື້ດົ່ງໃຫ້ແກ່ເດັກກຳພ້າກວ່າ 1500 ຄົນ ຍ້ອນໂລກລະບາດໂຄວິດ - 19; ຊ່ວຍເຫຼືອເງິນສົດ ແລະ ວັດຖຸໃຫ້ແກ່ເດັກ 12.800 ຄົນ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ດ້ວຍມູນຄ່າກວ່າ  7 ຕື້ດົ່ງ.
ກອ​ງ​ທຶນປົກ​ປ້ອງ​ເດັກ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເດັກ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

ດ້ວຍທິດນຳທີ່ວ່າ ບໍ່ປະໃຫ້ເດັກກຳພ້າຄົນໃດບໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ ແລະ ປົກປ້ອງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຊີ້ນຳກອງທຶນປົກປ້ອງເດັກ ຫວຽດນາມ ຂົນຂວາຍປຸກລະດົມຜູ້ອຸປະຖຳຮ່ວມເດີນທາງພ້ອມກັບກອງທຶນຊ່ວຍເຫຼືອເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ຢ່າງທັນການ.

        ໃນໄລຍະຈະມາເຖິງ, ກອງທຶນປົກປ້ອງເດັກ ຫວຽດນາມ ຈະສືບຕໍ່ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແຂວງ, ນະຄອນແຫ່ງຕ່າງໆ ຜັນຂະຫຍາຍການຊ່ວຍເຫຼືອເດັກກຳພ້າ, ກຳພອຍຈາກໂລກລະບາດໂຄວິດ - 19.

        ຄາດວ່າ ຮອດວັນທີ 31 ທັນວາ, ຈະມີເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ປະມານ 2.500 ຄົນໄດ້ຮັບການໜູນຊ່ວຍຈາກກອງທຶນດັ່ງກ່າວ ດ້ວຍຍອດມູນຄ່າຊ່ວຍເຫຼືອຂຶ້ນເຖິງກວ່າ 14 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ