ກອງທຶນສົ່ງເສີມການຮ່ຳຮຽນ ເລຊວນລານ ມອບລາງວັນ, ທຶນການສຶກສາໃຫ້ນັກສຶກສາເກືອບ 8.400 ຄົນ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ ສຈ, ປອ ຫງວຽນທິຢວານ, ອະດີດຮອງປະທານປະເທດ, ປະທານສະມາຄົມສົ່ງເສີມການຮ່ຳຮຽນ ຫວຽດນາມ, ເນັ້ນໜັກວ່າ: ແຂວງ ແທັງຮ໋ວາ ເວົ້າລວມ, ເມືອງ ຮວັ່ງຮ໋ວາ ເວົ້າສະເພາະ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ຳຮຽນ, ມານະພະຍາຍາມສ້າງຄອບຄົວ, ວົງຕະກຸນທີ່ມີການສຶກສາ.
ກອງທຶນສົ່ງເສີມການຮ່ຳຮຽນ ເລຊວນລານ ມອບລາງວັນ, ທຶນການສຶກສາໃຫ້ນັກສຶກສາເກືອບ 8.400 ຄົນ - ảnh 1ພິທີຈັດຂຶ້ນຢູ່ຢູ່ເມືອງ ຮວັ່ງຮ໋ວາ, ແຂວງ ແທັງຮ໋ວາ
(ພາບ:thanhtra.com.vn)

ວັນທີ 26 ກຸມພາ, ຢູ່ເມືອງ ຮວັ່ງຮ໋ວາ, ແຂວງ ແທັງຮ໋ວາ, ຄະນະກຳມະການປະຊາຊົນເມືອງ ຮວັ່ງຮ໋ວາ ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງ ແລະ ພັດທະນາກອງທຶນສົ່ງເສີມການຮ່ຳຮຽນ ເລຊວນລານ (2008 – 2023).

        ກ່າວຄຳເຫັນທີ່ພິທີ, ທ່ານ ສຈ, ປອ ຫງວຽນທິຢວານ, ອະດີດຮອງປະທານປະເທດ, ປະທານສະມາຄົມສົ່ງເສີມການຮ່ຳຮຽນ ຫວຽດນາມ, ເນັ້ນໜັກວ່າ: ແຂວງ ແທັງຮ໋ວາ ເວົ້າລວມ, ເມືອງ ຮວັ່ງຮ໋ວາ ເວົ້າສະເພາະ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ຳຮຽນ, ມານະພະຍາຍາມສ້າງຄອບຄົວ, ວົງຕະກຸນທີ່ມີການສຶກສາ. ພິເສດ, ຄວນຊຸກຍູ້ວຽກງານສົ່ງເສີມການຮ່ຳຮຽນ, ສົ່ງເສີມຜູ້ມີຄວາມສາມາດ, ສ້າງຮູບແບບການຮ່ຳຮຽນ, ສັງຄົມຮ່ຳຮຽນ; ຍ້ອງຍໍຊົມເຊີຍບັນດາບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ວຽກງານສົ່ງເສີມການຮ່ຳຮຽນ, ສົ່ງເສີມຜູ້ມີຄວາມສາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ