ກອງ​ທຶນ​ຮ່ວມ​ເດີນ​ທາງ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ

(VOVWORLD) -ກອງທຶນຮ່ວມເດີນທາງໄດ້ສ້າງຕັ້ງແຕ່ປີ 2001 ຢູ່ຝລັ່ງໂດຍກຸ່ມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລສັບພະວິຊາ ປາຣີ (ຝລັ່ງ)ປະຕິບັດ. ຜ່ານ 20 ປີແຫ່ງການເຄື່ອນໄຫວ ແລະ ພັດທະນາ, ມາຮອດປັດຈຸບັນ ກອງທຶນຮ່ວມເດີນທາງໄດ້ເປີດກ້ວາງໄປຍັງບັນດາປະເທດ ແລະ ເຂດແຄ້ວນຕ່າງໆຄື: ສິງກະໂປ, ສ.ເກົາຫຼີ, ອາເມລິກາ, ໄຕຫວັນ (ຈີນ), ຫວຽດນາມ.
ກອງ​ທຶນ​ຮ່ວມ​ເດີນ​ທາງ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ - ảnh 1ກອງທຶນຮ່ວມເດີນທາງປະກາດໝາກຜົນຂອງການເຄື່ອນໄຫວໃຫ້ແກ່ນັກສຶກສາ ຫວຽດນາມ (ພາບ: TTXVN)

ຢູ່ສິງກະໂປ, ຕອນຄ່ຳວັນທີ 12 ກັນຍາ, ກອງທຶນຮ່ວມເດີນທາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ, ມອບທຶນການສຶກສາ ຄັ້ງທີ 40 ຈຳນວນ 135 ທຶນຕາມຮູບແບບທາງໄກ. ປີນີ້, ກອງທຶນຮ່ວມເດີນທາງຕັດສິນໃຈຍົກຄຸນຄ່າທຶນສຶກສາຂຶ້ນເຖິງ 500.000 ດົ່ງ, ຕາມນັ້ນແລ້ວ, ແຕ່ລະທຶນສຶກສາທີ່ສະຫງວນໃຫ້ແກ່ບັນດານັກສຶກສາຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ແມ່ນ 4,5 ລ້ານດົ່ງ, ຢູ່ດ່ານັ້ງແມ່ນ 3,5 ລ້ານດົ່ງ, ທຶນການສຶກສາລະດັບມັດທະຍົມຕອນປາຍແມ່ນ 1,5 ລ້ານດົ່ງ.

ກອງທຶນຮ່ວມເດີນທາງໄດ້ສ້າງຕັ້ງແຕ່ປີ 2001 ຢູ່ຝລັ່ງໂດຍກຸ່ມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລສັບພະວິຊາ ປາຣີ (ຝລັ່ງ)ປະຕິບັດ. ຜ່ານ 20 ປີແຫ່ງການເຄື່ອນໄຫວ ແລະ ພັດທະນາ, ມາຮອດປັດຈຸບັນ ກອງທຶນຮ່ວມເດີນທາງໄດ້ເປີດກ້ວາງໄປຍັງບັນດາປະເທດ ແລະ ເຂດແຄ້ວນຕ່າງໆຄື: ສິງກະໂປ, ສ.ເກົາຫຼີ, ອາເມລິກາ, ໄຕຫວັນ (ຈີນ), ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ