ກອງ​ທຶນ​ເພື່ອອະ​ນາ​ຄົດ​ທີ່​ສົດ​ໃສ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຜູ້​ເປັນ​ໂລກ​ມະ​ເຮັງ​ທີ່​ສຸດ​ທຸກ​ຍາກ​ເກືອບ 32.000 ຄົນ ໃນ​ທົ່ວ​ປ​ະ​ເທດ

(VOVWORLD) -     ວັນທີ 13 ມັງກອນ, ກອງທຶນໜູນຊ່ວຍຜູ້ເປັນໂລກມະເຮັງ - ກອງທຶນເພື່ອອະນາຄົດທີ່ສົດໃສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຮອງສາດສະດາຈານ, ປອ. ຫງວຽນທິຊວຽນ, ປະທານກອງທຶນ ອະນາຄົດທີ່ສົດໃສ ໃຫ້ຮູ້ວ່າ, ປີ 2021, ທົ່ວປະເທດຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ - 19 ດ້ວຍຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກອ່ນ. ກອງທຶນເພື່ອອະນາຄົດທີ່ສົດໃສ ຍັງສືບຕໍ່ປະຕິບັດພາລະກຳການກຸສົນຂອງຕົນ ດ້ວຍການເຄື່ອນໄຫວພົ້ນເດັ່ນຫຼາຍຢ່າງ ເຊັ່ນ: ໜູນຊ່ວຍຢາຊີວະພາບ, ເຄມີ, ວັດຖຸອຸປະກອນການແພດ, ປະຕິບັດການກວດວິໄຈຫາເຊື້ອໄວຣັດ SARS – CoV – 2 ໃຫ້ແກ່ໂຮງໝໍແຫ່ງຕ່າງໆດ້ວຍມູນຄ່າເກືອບ 700 ລ້ານດົ່ງ. ໂດຍມີຄວາມເຂົ້າໃຈຕໍ່ຄວາມຫຍຸ້ງຍາກຂອງຜູ້ຕິດເຊື້ອໂຄວິດ - 19, ກອງທຶນດັ່ງກ່າວໄດ້ໃຫ້ການໜູນຊ່ວຍເງິນສົດໃຫ້ແກ່ຜູ້ເປັນໂລກມະເຮັງທີ່ປະສົບກັບຄວາມຫຍຸ້ງຍາກ 653 ຄົນ…

        ຕາມບົດລາຍງານແລ້ວ, ນັບແຕ່ເດືອນມິຖຸນາປີ 2012 ຫາວັນທີ 30 ທັນວາປີ 2021, ກອງທຶນດັ່ງກ່າວ ໄດ້ສົມທົບກັບທ້ອງຖິ່ນຕ່າງໆຊ່ວຍເຫຼືອ ແລະ ມອບຂອງຂວັນໃຫ້ແກ່ຜູ້ເປັນໂລກມະເຮັງ 32.045 ຄົນໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ