ກອງທັບ Yemen ເປີດການບຸກໂຈມຕີຂະໜາດໃຫຍ່ເຂົ້າບັນດາເຂດຖືກ Al Qaeda ຢຶດຄອງ

ກອງທັບ Yemen ເປີດການບຸກໂຈມຕີຂະໜາດໃຫຍ່ເຂົ້າບັນດາເຂດຖືກ Al Qaeda ຢຶດຄອງ - ảnh 1

ກອງທັບ Yemen ບຸກ​ໂຈມ​ຕີ​​ໃສ່​ພວກ​ກໍ​ການ​ຮ້າຍ Al Qaeda

(ພາບ: Getty Images)

(vovworld) – ວັນ​ທີ 12/5, ກອງທັບ Yemen ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ເພື່ອ​ຢຶດ​ເອົານະຄອນ Zinjibar ຢູ່​ພາກ​​ໃຕ້​ປະ​ເທດ​ນີ້, ບ່ອນ​ທີ່​ບັນດາມື​ປືນ Al Qaeda ຢຶດຄອງ​ເກືອບ 1 ປີຜ່ານມາ. ການ​ບຸກ​ໂຈມ​ຕີ​ນີ້​ໄດ້​ເລີ່​ມຕົ້ນ​ຈາກ 3 ຝ່າຍ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ກອງທັບ​ອາກາດ ​ແລະ ກອງທັບ​ເຮືອ. ​ການປະ​ທະ​ກັນ​ຕ່າງໆໄດ້​ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ ​ແລະ 12 ຄົນ​ຖືກ​ບາດ​ເຈັບ. ປະຈຸ​ບັນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Yemen  Mohammed Nasser Ahmed ພວມ​ຕິດຕາມ​ກວດກາ​ບັ້ນ​ຮົບ​ນີ້. ກ່ອນ​ໜ້າ​ນັ້ນ, ​ໃນການ​ບຸກ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ ​ເມືອ​ວັນ​ທີ 6/5, ຫົວ​ໂປ Al Qeada ຢູ່ Yemen Fahd Al Quso, ຜູ້​ຖືກ​ຕາມ​ລ່າ ​ເພາະ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດກ່ຳ​ປັ່ນ USS Cole ປີ 2000 ​ໄດ້​ຖືກ​ດັບ​ສູນ​ແລ້ວ. ອາທິດ​ແລ້ວ​ນີ້, ທ່ານປະທານາທິບໍດີ Yemen Abdrubuh Mansur Hadi ​ໄດ້​ຖະ​ແຫຼ​ງວ່າ​ຈະ​ຍູ້​ແຮງບັ້ນ​ຮົບ​ຕ້ານ​ພວກ​ກໍ​ການ​ຮ້າຍ​ທີ່​ສັງກັດ​ເຄືອ​ຂ່າຍ Al Qaeda ຈົນ​ກ່ວາ​ເວລາ​ທີ່​ກຳລັງ​ກໍ​ການ​ຮ້າຍ​ປ່ອຍ​ອາວຸດ.


ຂ່າວ/ບົດ​ອື່ນ