ກອງ​ທັບ ອົດ​ສະ​ຕາ​ລີ ສິ້ນ​ສຸດ​ລົງ 20 ປີ ແຫ່ງວັນ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ທ່ານລັດຖະມົນຕີ Peter Dutton ກໍ່ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຍຸດທະສາດຢູ່ ອາບການິດສະຖານ ໄດ້ສິ້ນສຸດລົງແລ້ວ, ແຕ່ໄພນາບຂູ່ຈາກການກໍ່ການຮ້າຍຍັງຄົງຕົວຢູ່. 
ກອງ​ທັບ ອົດ​ສະ​ຕາ​ລີ ສິ້ນ​ສຸດ​ລົງ 20 ປີ ແຫ່ງວັນ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ນັກຮົບອົດສະຕາລີ 6 ຄົນສຸດທ້າຍ (ພາບ: VOV)

ວັນທີ 9 ກໍລະກົດ, ຢູ່ສະໜາມບິນສາກົນ Hamid Karzai ຢູ່ Kabul, ເຮືອບິນຂົນສົ່ງ C130 ຂອງກອງທັບອາກາດ ອົດສະຕາລີ ໄດ້ຮັບນັກຮົບ 6 ຄົນສຸດທ້າຍກັບເມືອປະເທດ, ຊື່ງໄດ້ສິ້ນສຸດ 20 ປີແຫ່ງວັນກອງທັບ ອົດສະຕາລີ ເຂົ້າຮ່ວມສົງຄາມຢູ່ ອາບການນິດສະຖານ. ເລື່ອງຖອນທະຫານ ອົດສະຕາລີ ແລະ ບັນດາກຳລັງສາກົນໂດຍ ອາເມລິກາ ນຳໜ້າ ພວມນາບຂູ່ຕໍ່ະນາຄົດທີ່ຂາດສະຖຽນລະພາບໃຫ້ແກ່ ປະເທດ ອາບການິດສະຖານ.

ໃນຖະແຫຼງການສະບັບໜຶ່ງ ໂດຍສື່ມວນຊົນປະເທດປະຈຳຄັດສະເໜີໃນຕອນເຊົ້າວັນທີ 11 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Peter Dutton ໄດ້ຢັ້ງຢືນຢ່າງເປັນທາງການວ່າ ນັກຮົບທຸກຄົນຂອງປະເທດນີ້ ໄດ້ຖອນຕົວອອກຈາກ ອາບການິດສະຖານ ກ່ອນເວລາກຳນົດຕາມແຈ້ງການກ່ອນໜ້ານັ້ນແມ່ນ ໃນເດືອນກັນຍາປີນີ້. ທ່ານລັດຖະມົນຕີ Peter Dutton ກໍ່ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຍຸດທະສາດຢູ່ ອາບການິດສະຖານ ໄດ້ສິ້ນສຸດລົງແລ້ວ, ແຕ່ໄພນາບຂູ່ຈາກການກໍ່ການຮ້າຍຍັງຄົງຕົວຢູ່. ກອງທັບອົດສະຕາລີ ສືບຕໍ່ຮ່ວມືກັບບັນດາກຳລັງຂອງ ອາເມລິກາ ແລະ ສຳພັນທະມິດໃນບັນດາຄວາມມານະພະຍາຍາມຕີປະລາໄຊລັດທິການກໍການຮ້າຍ, ປົກປ້ອງຜົນປະໂຫຍດແຫ່ງຊາດ ຂອງ ອົດສະຕາລີ ແລະ ບັນດາສຳພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ