ກອງທັບ ອີຢິບ ອອກຄຳຂາດແນໃສ່ແກ້ໄຂວິກິດການ

ກອງທັບ ອີຢິບ ອອກຄຳຂາດແນໃສ່ແກ້ໄຂວິກິດການ - ảnh 1
ທ່ານ ປະທານາທິບໍດີ ອີຢິບ Mohammed Morsi
(ພາບປະກອບຈາກອີນເຕີເນັດ)

(vovworld) - ວັນ​ທີ 1/7, ກອງ​ທັບ ອີ​ຢິບ​ໄດ້​ກ່າວ​ເຕືອນ ຈະ​ແຊກ​ແຊງ ​ແລະ ສະ​ເໜີ ​ເສັ້ນທາງ​ການ​ເມືອງ​ສະ​ເພາະ​ໃຫ້​ແກ່​ປະ​ເທດ​ນີ້ ຖ້າ​ຫາກ​ບັນດາ​ກຳລັງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ບໍ່​ສາມາດ “​ຕອບສະໜອງ​ບັນດາ​ຄຳ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ປະຊາຊົນ” ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ. ​ໃນ​ຖະ​ແຫຼ​ງການ​ສະບັບ 1 ອ່ານ​ທາງ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ, ກອງທັບ ອີ​ຢິບ​ໄດ້​ເຕື້ອງ​ເຖິງ​ຄຳ​ຮຽກ​ຮ້ອງ​ຄືນ​ໃໝ່, ຕາມນັ້ນ​ແລ້ວ “ບັນດາ​ຄຳ​ຮຽກ​ຮ້ອງ​ຂອງ​ປະຊາຊົນ​ຕ້ອ​ງ​ໄດ້​ຕອບ​ສະໜອງ” ​ແລະ ສະຫງວນ​ໃຫ້​ທຸກໆ​ຝ່າຍ​ເວລາ 48 ຊົ່ວ​​ໂມງ​ຄື​ດັ່ງ “ກາລະ​ໂອກາດ​ສຸດ​ທ້າ​ຍ​ເພື່ອ​ຮັບຜິດ​ຊອບ”. ຖະ​ແຫຼ​ງການ​ນີ້​ກໍ່​ຢືນຢັນວ່າ, ກອງທັບ​ຈະ​ປະກາດ​​ເສັ້ນທາງ​ໃນອະນາຄົດ ​ແລະ ມາດ​ຕະການ​ຕ່າງໆ​ເພື່ອ​ແນ​ໃສ່​ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ວິວັດ​ການ​ນີ້​ໃນ​ກໍລະນີ​ບັນດາ​ຄຳ​ຮຽກຮ້ອງ​ດັ່ງກ່າວ​ບໍ່​ສາມາດ​ຕອບ​ສະໜອງ. ​ໂຄສົກ​ກອງທັບ ທ່ານ Ahmed Ali ຢືນຢັນ​ວ່າ: ນີ້​ບໍ່​ແມ່ນ​ການ​ກໍ່ລັດຖະປະຫານ​ ​ແລະ ຖື​ວ່າ ການ​ກະທຳ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນການ​ພົວພັນ​ໜູນ​ຊ່ວຍ​ກັນ​ລະຫວ່າງ​ກອງ​ທັບ ​ແລະ ປະຊາຊົນ.

 


ຂ່າວ/ບົດ​ອື່ນ