​ ກອງ​ທັບ ອາບ​ກາ​ນິດ​ສ​ະ​ຖານ ໄດ້ດັບ​ສູນ​ມື​ປືນ​ ຕາ​ລີ​ບານ ນັບ​ຮ້ອຍ​ຄົນ

(VOVWORLD) -ກະຊວງປ້ອງກັນປະເທດ ອາບການິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ກອງທັບປະເທດນີ້ໄດ້ດັບສູນມືປືນ ຕາລີບານ ຈຳນວນ 143 ຄົນ ແລະ ເຮັດໃຫ້ 121 ຄົນໃນກຸ່ມຖືກຮັບບາດເຈັບ ໃນບັ້ນຕໍ່ສູ່ຕ່າງໆຢູ່ບາງແຂວງຂອງ ອາບການິດສະຖານ ໃນ 24 ຊົ່ວໂມງຜ່ານມາ. 
​ ກອງ​ທັບ ອາບ​ກາ​ນິດ​ສ​ະ​ຖານ ໄດ້ດັບ​ສູນ​ມື​ປືນ​ ຕາ​ລີ​ບານ ນັບ​ຮ້ອຍ​ຄົນ - ảnh 1ບັນດາມືປືນ ຕາລີບານ (ພາບ: AFP/TTXVN)

ວັນທີ 4 ກໍລະກົດ, ກະຊວງປ້ອງກັນປະເທດ ອາບການິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ກອງທັບປະເທດນີ້ໄດ້ດັບສູນມືປືນ ຕາລີບານ ຈຳນວນ 143 ຄົນ ແລະ ເຮັດໃຫ້ 121 ຄົນໃນກຸ່ມຖືກຮັບບາດເຈັບ ໃນບັ້ນຕໍ່ສູ້ຕ່າງໆຢູ່ບາງແຂວງຂອງ ອາບການິດສະຖານ ໃນ 24 ຊົ່ວໂມງຜ່ານມາ. ນອກຈາກນັ້ນ, ກອງທັບປະເທດນີ້ ໄດ້ຄົ້ນພົບ ແລະ ທຳລາຍລ້າງອຸປະກອນລະເບີດ 11 ຢ່າງ ທີ່ພວກກະບົດນີ້ຜະລິດເອງ.

ບັນດາການປະທະກັນໃຊ້ຄວາມຮຸນແຮງ ແລະ ບຸກໂຈມຕີກໍ່ການຮ້າຍ ຍັງສືບຕໍ່ເກີດຂຶ້ນຢູ່ ອາບການິດສະຖານ ໂດຍບໍ່ຫົວຊາຕໍ່ບັນດາການເຈະລຈາລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ຜູ້ຕາງໜ້າຂອງ ຕາລີບານຢູ່ ນະຄອນຫຼວງ Doha ປະເທດ ກາຕາ.

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ