ກອງທັບຊີຣີທຳລາຍແລວປ້ອງກັນຂອງພວກກະບົດຢູ່ Ghouta ຕາເວັນອອກ

(VOVWORLD) - ຕາມແຫຼ່ງຂ່າວໂດຍບໍ່ເຜີຍຊື່, ປະຈຸບັນ ກອງທັບຊີຣີ ຍາດໄດ້ສິດຄວບຄຸມເທດສະບານເມືອງ Otaya, Nashabiyeh ແລະ Herzama ຄືນ

ກອງທັບຊີຣີທຳລາຍແລວປ້ອງກັນຂອງພວກກະບົດຢູ່ Ghouta ຕາເວັນອອກ - ảnh 1

ເຂດ Hamouria, Ghouta ຕາເວັນອອກໃນວັນທີ 9/1 (ພາບ: AFP/TTXVN)

ວັນທີ 04 ມີນາ, ກອງທັບລັດຖະບານຊີຣີ ສືບຕໍ່ເປີດບັນດາບັ້ນບຸກໂຈມຕີຢູ່ບັນດາຖານທີ່ໝັ້ນຂອງພວກກະບົດຢູ່ເຂດ Ghouta ຕາເວັນອອກ ໃກ້ກັບນະຄອນຫຼວງ Damascus, ຍາດເອົາສິດຄວບຄຸມສ່ວນໜຶ່ງຂອງເທດສະບານຄືນ. ຕາມແຫຼ່ງຂ່າວໂດຍບໍ່ເຜີຍຊື່, ປະຈຸບັນ ກອງທັບຊີຣີ ຍາດໄດ້ສິດຄວບຄຸມເທດສະບານເມືອງ Otaya, Nashabiyeh ແລະ Herzama ຄືນ. ນີ້ໄດ້ຮັບຖືວ່າແມ່ນຜົນສຳເລັດຂອງກອງທັບຊີຣີ ໃນການທຳລາຍແລວປ້ອງກັນຂອງພວກກະບົດຢູ່ພາກໃຕ້ຂອງເຂດ Ghouta ຕາເວັນອອກ. ອົງການຕິດຕາມກວດກາສິດທິມະນຸດຊີຣີ (SOHR) ມີສຳນັກງານຕັ້ງຢູ່ອັງກິດ ໃຫ້ຮູ້ວ່າ, ກອງທັບລັດຖະບານຊີຣີ ຍາດໄດ້ສິດຄວບຄຸມ 1/4 ເຂດ Ghouta ຕາເວັນອອກ.

        ໃນຂະນະນັ້ນ, ວັນທີ 04 ມີນາ, ສະຫະປະຊາຊາດໄດ້ປະກາດບົດລາຍງານຫຼ້າສຸດກ່ຽວກັບສະພາບການໃຊ້ຄວາມຮຸງແຮງຢູ່ເຂດນີ້, ໃນນັ້ນໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເລື່ອງສາມັນຊົນພວມກາຍເປັນຜູ້ຮັບເຄາະຮ້າຍໃນບັນດາເຫດບຸກໂຈມຕີຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ