ກອງ​ທັບ​ບົກ​ອາ​ຊຽນ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ສັນ​ຕິ​ພາບ

(VOVWORLD) -ຕອນເຊົ້າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ,  ໄດ້ໄຂກອງປະຊຸມປະຈຳປີນາຍສືບທະຫານບົກບັນດາປະເທດ ອາຊຽນຄັ້ງທີ 10.
ກອງ​ທັບ​ບົກ​ອາ​ຊຽນ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ສັນ​ຕິ​ພາບ - ảnh 1ທ່ານພັນເອກ ເຢືອງກູຍນາມ ຫົວໜ້າສະຖາບັນພົວພັນຕ່າງປະເທດ ກ່ຽວກັບການປ້ອງກັນຊາດ ກ່າວຄຳເຫັນທີ່ກອງປະຊຸມ

ດ້ວຍຫົວຂໍ້ “ກອງທັບບົກ ອາຊຽນຮ່ວມມືກັນຢ່າງແໜ້ນແຟ້ນເພື່ອສັນຕິພາບ”, ເປົ້າໝາຍຂອງກອງປະຊຸມແມ່ນສ້າງເວທີປາໄສເພື່ອໃຫ້ບັນດານາຍສືບ ແລະ ພົນທະຫານ ແລກປ່ຽນບົດຮຽນປະສົບການ, ອາຊີບການທະຫານ, ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງທະຫານບົກບັນດາປະເທດ ອາຊຽນ, ຈາກນັ້ນຊຸກຍູ້ຄວາມເຂົ້າໃຈ, ເຊື່ອໝັ້ນເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ມີວັດທະນາຖາວອນ.

ຢູ່ກອງປະຊຸມ, ບັນດາຜູ້ແທນນາຍສືບທະຫານບົກບັນດາປະເທດ ອາຊຽນ ໄດ້ປຶກສາຫາລື, ແບ່ງປັນບົດຮຽນປະສົບການກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງກຳລັງນາຍສືບ ແລະ ພົນທະຫານ ໃນການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ຢູ່ພາກພື້ນ, ພິເສດແມ່ນພະຍາດໂຄວິດ - 19. ນອກຈາກນັ້ນ, ບັນດາຜູ້ແທນກໍ່ສະເໜີບັນດາມາດຕະການລະອຽດ, ເໝາະສົມ ແນໃສ່ເພີ່ມທະວີການຮ່ວມມື, ເຊື່ອມຈອດລະຫວ່າງທະຫານບົກບັນດາປະເທດ ອາຊຽນ. ປະກອບສ່ວນຢ່າງແທດຈິງເພື່ອແນໃສ່ຊຸກຍູ້ບົດບາດຂອງ ທະຫານບົກອາຊຽນໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມຂອງ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ