ກອງທັບລີບັງປະກາດຄວາມຕັດສິນໃຈ ຟື້ນຟູຄວາມສະຫງົບປອດໄພ ໃນທົ່ວປະເທດ

ກອງທັບລີບັງປະກາດຄວາມຕັດສິນໃຈ ຟື້ນຟູຄວາມສະຫງົບປອດໄພ ໃນທົ່ວປະເທດ - ảnh 1

(ພາບ:dienbao.net)

(TTXVN)- ວັນ​ທີ 22/10, ກອງທັບ​ລີ​ບັງ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ພວມ​ຕ້ອງຜ່ານ​ຜ່າ​​​ວິ​ກິດ​ການ​ພາຍ​ຫລັງ​ເຫດການ​ເຂັ່ນຂ້າ​ຜູ້ອຳນ​ວຍການ​ສືບ​ລາ​ສະການ​ລັບ Wissam al Hassan ຊື່​ງ​ແມ່ນ​ສາຍ​ເຫດ​ເກີດ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃຊ້​ຄວາມ​ຮຸນ​ແຮງ​ໃນທົ່ວປະ​ເທດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລີ​ບັງ ປະກາດ​ຈະ​ຕັດສິນ​ໃຈ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ປະ​ເທດ​ຄືນ​ໃໝ່. ​ໃນ​​ຖະ​ແຫຼ​ງການສະບັບ​ໜື່ງ, ກອງທັບ​ລີ​ບັງ ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ການ​ເມືອງ​ທັງ​ໝົດ​ຈົ່ງລະມັດລະວັງ​ເມື່ອ​ສະ​ແດງ​ທັດສະນະ ​ແລະ ຫຼັກໝັ້ນຂອງ​ຕົນ, ກອງທັບ​ຈະ​ມີ​ບັນດາ​ມາດ​ຕະການ​ເດັດດ່ຽວ​ເພື່ອ​ສະກັດ​ກັ້ນສະພາບ​ການ​ສັບສົນ​ຢູ່​ເຂດ​ຕ່າງໆ​ກໍ່​ຄື​ຮັກ​ສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ປະ​ເທດ​. ​ໃນ​ຂະນະ​ນັ້ນ, ວົງ​ການ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງ​ລັດ​ໄດ້​ໃຫ້​ຂ່າວ​ວ່າ: ການ​ປະ​ທະ​ກັນ​ຢູ່ Beirut ​ແລະ ​ເຂດ​ຕ່າງໆ​ຢູ່​ລີ​ບັງ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 2 ຄົນ​ເສຍ​ຊີວິດ ​ແລະ ອີກ​ນັບ​ສີ​ບໆ​ຄົນ​ຖືກ​ບາດ​ເຈັບ, ​ໃນສະພາບ​ການ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ພວມ​ແຜ່​ລາມ​ອອກ​ສູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ, ​ໃນ​ນັ້ນມີ​ລີ​ບັງ.

ຂ່າວ/ບົດ​ອື່ນ