ກອງ​ທັບ​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ຢ່າງ​ມີ​​ຄວາມຮັບ​ຜິດ​ຊອບ

(VOVWORLD) -ທ່ານຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕີລາຄາສູງບົດບາດຂອງ ນັກຮົບໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ
ກອງ​ທັບ​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ຢ່າງ​ມີ​​ຄວາມຮັບ​ຜິດ​ຊອບ - ảnh 1ພາບປະກອບ: TTXVN) 

ຕອນເຊົ້າວັນທີ 18 ທັນວາ, ຢູ່ສຳນັກງານ ຫວຽດນາມ ປະຈຳ ວໍຊິງຕັນ ດີຊີ, ທູດທະຫານ ຫວຽດນາມ ປະຈຳ ອາເມລິກາ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ, ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມຄົບຮອບ 76 ປີ (22 ທັນວາ 1944 - 22 ທັນວາ 2020) ແລະ 31 ປີແຫ່ງວັນ ທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 - 22 ທັນວາ 2020). ພິທີໄດ້ຈັດຂຶ້ນດ້ວຍຮູບການອອນລາຍ ແລະ ໂດຍກົງ. ກ່າວຄຳເຫັນທີ່ພິທີ, ທ່ານຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕີລາຄາສູງບົດບາດຂອງ ນັກຮົບໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ, ໜູນຊ່ວຍມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ