ກອງທັບຫວຽດນາມແລະກອງທັບຟີລິບປິນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ກອງທັບຫວຽດນາມແລະກອງທັບຟີລິບປິນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ຮອງ​ພົນ​ເຮືອ​ເອກ Jose Luis M.Alano ແລະ ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ
(ພາບ:Nguyễn Hồng Pha/TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 20/3, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ບັນ​ຊາກ​ອງທັບ​ເຮືອ ຟີ​ລິບ​ປິນ, ​ໂດຍ​ທ່ານ​ຮອງ​ພົນ​ເຮືອ​ເອກ Jose Luis M.Alano ນຳໜ້າ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຕີ​ລາຄາ​ສູງໝາກຜົນ​ແຫ່ງ​ການ​ເຮັດ​ວຽກລະຫວ່າງ​ກອງ​ບັນຊາ​ກອງທັບ​ເຮືອ​ສອງ​ປະ​ເທດ. ທ່ານລັດຖະມົນຕີ​​ຢືນຢັນ​ວ່າການ​ຢ້ຽມຢາມ​ຂອງ​ທ່ານຮອງ​ພົນ​ເຮືອ​ເອກ Jose Luis M.Alano ບໍ່ພຽງ​ແຕ່​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ​​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ກ​ອງທັບ​ເວົ້າລວມ ​ແລະ ກອງທັບ​ເຮືອ​ສອງ​ປະ​ເທດ​ເວົ້າສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຟີ​ລິບ​ປິນ ​ໃຫ້ນັບ​ມື້ນັບ​ພັດທະນາ​ອີກ​ດ້ວຍ.

        ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖີງ, ກອງທັບ​ເຮືອ ຫວຽດນາມ ​ແລະ ຟີ​ລິບ​ປິນ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນບັນດາຂົງ​ເຂດ​ບຳລຸງ​ສ້າງ, ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ການ​ຝຶກ​ຊ້ອມ​ກູ້​ໄພ​ກູ້​ຊີບ, ຍົກ​ສູງ​ລະດັບ​ຮັບ​ມື​ເມື່ອ​ມີ​ເຫດການ​ເກີດ​ຂຶ້ນ. ພິ​ເສດ,​ ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ຄວນ​ສ້າງຕັ້ງ​ໂທລະສັບສາຍດ່ວນ​​ເພື່ອ​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ບັນດາ​ຂົງ​ເຂດ​ທີ່​ທັງສອງ​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ​.


ຂ່າວ/ບົດ​ອື່ນ