ກອງທັບອີຣັກຍາດໄດ້ສິດຄວບຄຸມນະຄອນກັນນ້ຳມັນຍຸດທະສາດBeigi

ກອງທັບອີຣັກຍາດໄດ້ສິດຄວບຄຸມນະຄອນກັນນ້ຳມັນຍຸດທະສາດBeigi - ảnh 1
Beigi ກາຍ​ເປັນ​ສະ​ໜາມ​ຮົບ​ທີ່​ດຸ​ເດືອດ
(ພາບ: Reuters)

(vovworld) – ວັນ​ທີ 7/6, ກອງ​ທັບ ອີ​ຣັກ ໃຫ້​ຮູ້​ຍາດ​ໄດ້​ສິດ​ຄວບ​ຄຸມ​ນະ​ຄອນ Beigi ແລະ ສະ​ຖານ​ທີ່​ຍຸດ​ທະ​ສາດຫຼາຍ​ແຫ່ງ​ໃກ້​ກັບ Farluja ຄືນ​ໃໝ່, ຈາກ​ກຳ​ມື​ຂອງ​ອົງ​ການ​ “ລັດ​ອິດ​ສະ​ລາມ” ອ້າງ​ຊື່​ເອງ (IS). ທີ່​ການ​ປະ​ຊຸມ​ຂ່າວ, ພົນ​ຈັດ​ຕະ​ວາ Sadd Maan, ໂຄ​ສົກ​ຂອງ​ກຳ​ລັງ​ລວມ​ຕ້ານ IS, ຖະ​ແຫຼງ​ວ່າກອງ​ທັບ ອີ​ຣັກ ດັບ​ສູນ​ມື​ປືນ​ຂອງ​ທະ​ຫານ​ກະ​ບົດ​ນັບ​ສິບໆ​ຄົນ ແລະ ຍູ້ IS ​ໃຫ້​ຖອຍອອກ​ຈາກຫຼາຍ​ສະ​ຖານ​ທີ່​ຢູ່​ໃຈ​ກາງ​ນະ​ຄອນ. ເລື່ອງ​ຍາດ​ໄດ້ Beigi ຈະ​ຊ່ວຍ​ໃຫ້​ບັນ​ດາ​ນາຍ​ທະ​ຫານ ອີ​ຣັກ  ບຸກຕີ IS ​ໃຫ້​ຖອຍອອກ​ຈາກ​ບັນ​ດາ​ຮາກ​ຖານ​ກັ່ນ​ນ້ຳ​ມັນ​ຢູ່​ຊານ​ນະ​ຄອນ Beigi. ນະ​ຄອນ Beigi ແມ່ນ​ບ່ອນ​ມີ​ຮາກ​ຖານ​ກັ່ນ​ນ້ຳ​ມັນຫຼາຍ​ແຫ່ງ​ໃຫຍ່​ສຸດ​​ຂອງ ອີ​ຣັກ. ເລື່ອງ​ຍາດ​ໄດ້​ສິດ​ຄວບ​ຄຸ​ມ​ນະ​ຄອນ Beigi ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ກອງ​ທັບ ອີ​ຣັກ ຍ້ອນ​ມັນ​ນອນ​ໃນ​ເສັ້ນ​ທາງ​ເຊິ່ງ IS ພວມ​​ບຸກ​ໂຈມ​ຕີ Mosul, ນະ​ຄອນ​ໃຫຍ່​ທີ 2 ຂອງ ອີ​ຣັກ.

 


ຂ່າວ/ບົດ​ອື່ນ