ກອງທັບອີຮັກປົດປ່ອຍນະຄອນຣາມາດີ

ກອງທັບອີຮັກປົດປ່ອຍນະຄອນຣາມາດີ - ảnh 1
ກອງທັບ ອີຣັກ (ພາບ: manartv)
(vovworld) - ວັນ​ທີ 27/12, ​ໂຄສົກ​ກອງທັບ​ອີ​ຣັກ Sabah Al Numani ​ແຈ້ງ​ໃຫ້​ຮູ້​ວ່າ, ກຳລັງ​ທະຫານ​ຂອງ​ປະ​ເທດ​ນີ້​ຍາດ​ໄດ້​ສິດ​ຄວບ​ຄູ​ມສຳນັກງານ​ອຳນາດ​ການ​ປົກຄອງ​ຢູ່​ໃຈ​ກາງ​ນະຄອນ ຣາມາ​ດີ, ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ອົງການ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​​ເອງ ​ຢູ່​ນະຄອນ​ທິດຕາ​ເວັນ​ຕົກ ອີ​ຣັກ. ທ່ານ Sabah Al Numani ຖະ​ແຫຼ​ງວ່າ​ເລື່ອງ​ຄຸ້ມ​ຄອງ​​ສຳນັກງານ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ IS ຖືກ​ປະລາ​ໄຊ ຢູ່​ຣາມາ​ດີ. ​ເລື່ອງ​ຢືດຄອງ​ສິດ​ຄວບ​ຄູ​ມ ຣາມາ​ດີ, ​ເຊິ່ງ​ແມ່ນ​ນະຄອນ​ຖືກ​ຕົກ​ຢູ່​ໃນ​ກຳມືຂອງ IS ​ເມື່ອ​ເດືອນ 5/2015, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໄຊຊະນະ​ສຳຄັນ​ກວ່າ​ໝູ່​ຂອງ​ກອງທັບ​ອີຣັກ, ນັບ​ແຕ່ IS ຢືດຄອງ 1/3 ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້​ເມື່ອ​ປີ 2014.
ຂ່າວ/ບົດ​ອື່ນ