ກອງທັບອາກາດລັດເຊຍຍິງທຳລາຍບັນດາເປົ້າໝາຍຂອງISຢູ່ຊີຣີ

ກອງທັບອາກາດລັດເຊຍຍິງທຳລາຍບັນດາເປົ້າໝາຍຂອງISຢູ່ຊີຣີ - ảnh 1
(ພາບປະກອບ: VOV, Bộ Quốc phòng Nga)

(vovworld) – ວັນ​ທີ 11/10, ກະຊວງ​ປ​້​ອງກັນ​ປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ບັນດາ​ເຮ​ືອບິນ​ສູ້ຮົບ​ຂອງ​ລັດ​ເຊ​ຍ ​ໄດ​້ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ 63 ​ເປົ້າ​ໝາຍຂອງ​ກຸ່ມ​ລັດ​ສິດສລາມ IS ອ້າງ​ຊື່​ເອງ​ ຢູ່​ຊີຣີ, ຕາມ​ນັ້ນ​ແລ້ວ, ​​ເຮືອ​ບິນ​ໄດ້​ຍິງທຳລາຍສະຖານ​ທີ່ 53 ​ແຫ່ງ​ຂອງ IS ພວມ​​ເຄື່ອນ​ໄຫວ​ຢູ່, ພ້ອມ​ກັບສຳນັກງານ​ບັນ​ຊາ​ແຫ່ງ​ໜຶ່ງ, ຄ້າຍຝຶກ​ຊ້ອມ 4 ​ແຫ່ງ ​ແລະ ສາງ​ລູກປືນ​ 7 ​ແຫ່ງ.

        ລັດ​ເຊຍ​ຢືນຢັນ​ວ່າ, ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ລຽນ​ຕິດ​ຂອງ​ປະ​ເທດ​ນີ້​ຢູ່​ຊີຣີ ພວມ​ເຮັດ​​ໃຫ້ພວກ​ກະ​ບົດ​ IS ນັບ​ມື້​ນັບ​ຕົກ​ສະທ້ານ​ຢ້ານ​ກົວ. ກະຊວງ​​ປ້ອງ​ກັນ​ປະ​ເທດ​ລັດ​ເຊ​ຍ ​ເນັ້ນ​ໜັກ​ວ່າ, IS ພວມ​ຄ່ອຍໆອ່ອນ​ເພຍ​ລົງ, ​ເຮັດ​​ໃຫ້​ບັນດາ​ມື​ປືນ​ຕ້ອງ​ປະລະ​ສະຖານ​ທີ່​ສູ້ຮົບ, ຖອນ​ກຳລັງ​ໄປ​ທາງ​ທິດຕາ​ເວັນ​ອອກ ​ແລະ ທິດຕາ​ເວັນ​ອອກສ່ຽງ​ເໜືອ​ຊີຣີ.

ຂ່າວ/ບົດ​ອື່ນ