ກອງທັບອາເມລິກາແລະລັດເຊຍເຈລະຈາໂດຍກົງທາງເຄືອຂ່າຍອິນເຕີແນດກ່ຽວກັບຊີຣີ

ກອງທັບອາເມລິກາແລະລັດເຊຍເຈລະຈາໂດຍກົງທາງເຄືອຂ່າຍອິນເຕີແນດກ່ຽວກັບຊີຣີ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ  Sergey Lavrov ແລະ
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry
(ພາບ: ABC News)

(vovworld) – ກະ​ຂວງປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ຄ່ຳ​ຄືນ​ວັນ​ທີ 1/10, ກອງທັບ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໄດ້​ຈັດ​ຕັ້ງ​​ໂອ້​ລົມ​ສົນທະນາ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັ​ດ, ​​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ​​ເພື່ອ​ຫຼີິກລ້ຽງ​ການ​ປະ​ທະ​ກັນ ​ເມື່ອ 2 ປະ​ເທດ​ພວມ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ ຕ້ານ​ອົງການ​ການ​ກໍ່​ການ​ຮ້າຍ​ລັດ​ອິດສະລານ (IS) ອ້າງ​ຊື່​ເອງຢູ່ ຊີຣີ. ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ RIA Novosti ​ໄດ້​ຄັດ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ມົດສະກູ ຈະ​ຊັ່ງຊາ​ທຸກ​ຂໍ້​ສະ​ເໜີ​ຂອງ​ອຳນາດ​ການ​ປົກຄອງ ອີຣັກ ທີ່​ກ່ຽວຂ້ອງ​ເຖິງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ກຸ່ມ IS.

        ກ່ອນ​ໜ້າ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ກໍ່​ແຈ້ງ​​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ໄດ້​ສົ່ງ​ເຮືອບິນ​ສູ້​ຮົບ ​ແລະ ຍົນ​ເຮລິ​ກອບ​ເຕີ ກ່ວາ 50 ຄັນພ້ອມ​ກົມ​ກອງ​ທະຫານ​ທະ​ເລ, ທະຫານຕ່າງໆ​ເຖິງ ຊີຣີ ​ເພື່ອ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Bashar Al Assad ຕ້ານ IS. ລັ​ດ​ເຊຍ ກໍ​ໄດ້​ເປີດ​ກ້ວາງ​ຖານ​ທີ່​ໝັ້ນ​ກອງທັບ​ເຮືອ​ຢູ່​ນະຄອນ​ທ່າ​ກ່ຳ​ປັ່ນ Tartus ​ແລະ ສ້າງ​ຕັ້ງ​ຖານ​ທີ່​ໝັ້ນ​ທະຫານ​ຢູ່​ນະຄອນ Latakia ຂອງ ຊີຣີ. ກອງທັບ ຊີຣີ ຖື​ວ່າ: ບັນດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ລັດ​ເຊຍ ຈະ​ສ້າງ​ “ການ​ປ່ຽນ​ແປງ​ໃຫຍ່” ກ່ຽວ​ກັບ​ທ່າ​ຮົບ​​ໃນ​ການ​ສູ້​ຮົບ​ຕ້ານ IS ຢູ່​ປະ​ເທດ​ນີ້.

 


ຂ່າວ/ບົດ​ອື່ນ