ກອງ​ທັບ​ເຮ​ື​ອ ອາ​ເມ​ລິກ​າ - ບ​ຣຸ​ໄນ ຊ້ອມ​ຮົບ​ຮ່ວມ ເປັນ​ເວ​ລາ 10 ວັນ ຢູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ກອງທັບເຮືອ ອາເມລິກາ - ບຣຸໄນ ຫາກໍ່ສິ້ນສຸດບັ້ນຊ້ອມຮົບທາງທະເລ ຢູ່ຖານທີ່ໝັ້ນກອງທັບເຮືອ Muara ເປັນເວລາ 10 ວັນຢູ່ທະເລຕາເວັນອອກ. 

ໃນແຈ້ງການສິ້ນສຸດບັ້ນຊ້ອມຮົບທີ່ແກ່ຍາວມາແຕ່ວັນທີ 22 – 31 ຕຸລາ, ທ່ານ ພົນເຮືອໂທ Joey Tynch, ຜູ້ບັນຊາການກຸ່ມພະລາທິການ ປາຊີຟິກຕາເວັນຕົກ ຂອງກອງທັບເຮືອ ອາເມລິກາ ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມື, ສະແດງໃຫ້ເຫັນຄຳໝັ້ນສັນຍາທີ່ດີຂອງບັນດາຝ່າຍກ່ຽວກັບພາກພື້ນ ອິນເດຍ - ປາຊີຟິກ ຢ່າງມີຄວາມເສລີພາບ ແລະ ເປີດກ້ວາງ ໃນການຮ່ວມມືຢູ່ທະເລ.

        ນີ້ແມ່ນ  ການຝຶກຊ້ອມຄັ້ງທີ່ 4 ໃນບັນດາການເຄື່ອນໄຫວຮ່ວມມືຂອງ ອາເມລິກາ ໃນພາກພື້ນ ອິນເດຍ - ປາຊີຟິກ. ກ່ອນໜ້ານັ້ນ, ກອງທັບບັນດາປະເທດ ສີລັງກາ, ອິນໂດເນເຊຍ ແລະ ໄທ ກໍ່ໄດ້ຈັດການຊ້ອມຮົບຕ່າງຫາກກັບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ