ກອງທັບເຮືອຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື

ກອງທັບເຮືອຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື - ảnh 1

ພິທີ​ເປີດ​ສະຫຼອງສຳນັກງານກອງ​ບັນຊາ​ການ​ແນວ​ໜ້າ​ກອງທັບ​ເຮືອກຳປູ​ເຈຍ

(ພາບ:vietnamplus.vn)​

( vovworld ) – ​​ວັນ​ທີ 5/7, ຢູ່​ແຂວງ Kampong Speu ປະ​ເທດ​ກຳປູ​ເຈຍ, ກະຊວງ​ປ້ອງ​ກັນ​ປະ​ເທດກຳປູ​ເຈຍ ​ໄດ້​ຈັດພິທີ​ສະຫຼອງ​ສຳນັກງານກອງ​ບັນຊາ​ການ​ແນວ​ໜ້າ​ກອງທັບ​ເຮືອກຳປູ​ເຈຍ ຊື່​ງ​ແມ່ນ​ກິດຈະກຳ​ມິດຕະພາບ ​ໂດຍ​ກອງ​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ມອບ​ໃຫ້. ຄະນະ​ຜູ້​ແທນ​ຂັ້ນສູງກອງ​ບັນຊາ​ການ​ກອງທັບເຮືອ​ຫວຽດນາມ ​ໂດຍ​ພົນ​​ເຮືອ​ເອກ Nguyen Van Hien, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ພິທີ. ສຳນັກງານກອງ​ບັນຊາ​ການ​ແນວ​ໜ້າ​ກອງທັບ​ເຮືອກຳປູ​ເຈຍ ​ໂດຍ​ກອງທັບ​ເຮືອກຫວຽດນາມ ມອບ​ໃຫ້ມີ​ມູນ​ຄ່າ​ກ່ວາ 1,1 ລ້ານ USD ດ້ວຍ​ຫ້ອງ​ປະຊຸມ ​ແລະ ​ຫ້ອງເຮັດ​ວຽກ​ກ່ວາ 40 ຫ້ອງ ຊື່​ງ​ໄດ້​ປະກອບ​ເຄື່ອງອຸປະກອນຕິດ​ຕໍ່​ສື່ສານ​ຢ່າງ​ຄົບ​ຖ້ວນ. ທີ່​ພິທີ, ທ່ານ​ພົນ​​ເຮືອ​ເອກ Nguyen Van Hien ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດກຳປູ​ເຈຍ Tia Banh ພ້ອມ​ກັນ​ເຫັນ​ດີ​ເປັນ​ເອກະສັນ​ ໂດຍຕີ​ລາຄາ​ວ່າ: ກິດຈະກຳ​ມິດຕະພາບສຳນັກງານກອງ​ບັນຊາ​ການ​ແນວ​ໜ້າ​ກອງທັບ​ເຮືອກຳປູ​ເຈຍ ​ໂດຍ​ກອງ​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ມອບ​ໃຫ້ ​ແມ່ນ​ໝາກຜົນ​ຕົວ​ຈິງ ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ສາມັກຄີ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ບັນດາ​ຂົງ​ເຂດ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ກຳປູ​ເຈຍ ຊື່​ງ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

 

ຂ່າວ/ບົດ​ອື່ນ