ກອງທັບແຫ່ງຊາດລີບີ ໃຫ້ຄຳໝັ້ນສັນຍາຢຸດຍິງ

(VOVWORLD) -ກອງທັບແຫ່ງຊາດຍາມໃດກໍ່ຊອກຫາສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອປະຕິບັດການຫັນຄວາມໄຝ່ຝັນຂອງປະຊາຊົນລີບີ ກ່ຽວກັບປະເທດທີ່ບໍ່ມີພວກກໍ່ການຮ້າຍໃຫ້ປະກົດຜົນເປັນຈິງ.

ກອງທັບແຫ່ງຊາດລີບີ ໃຫ້ຄຳໝັ້ນສັນຍາຢຸດຍິງ - ảnh 1 ກອງທັບແຫ່ງຊາດລີບີ ໃຫ້ຄຳໝັ້ນສັນຍາຢຸດຍິງ

(ພາບ: Skynews)

ວັນທີ 06 ກັນຍາ, ກອງທັບແຫ່ງຊາດລີບີ ໃຫ້ຄຳໝັ້ນສັນຍາຢຸດຍິງ ຕາມຂໍ້ລິເລີ່ມຂອງອີຢິບ. ໂຄສົກຂອງກອງທັບແຫ່ງຊາດລີບີ, ພົນຈັດຕະວາ Al Mismari ໃຫ້ຮູ້ວ່າ, ກອງທັບແຫ່ງຊາດຍາມໃດກໍ່ຊອກຫາສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອປະຕິບັດການຫັນຄວາມໄຝ່ຝັນຂອງປະຊາຊົນລີບີ ກ່ຽວກັບປະເທດທີ່ບໍ່ມີພວກກໍ່ການຮ້າຍໃຫ້ປະກົດຜົນເປັນຈິງ. ເຖິງຢ່າງໃດກໍ່ຕາມ, ພົນຈັດຕະວາ Al Mismari ໄດ້ໃສ່ໃຈວ່າ, ຕວັກກີ ພວມເພີ່ມທະວີການມີໜ້າຢູ່ລີບີ ດ້ວຍວິທີຄວບຄຸມບັນດາທ່າກ່ຳປັ່ນ ແລະ ສະໜາມບິນ, ໜູນຊ່ວຍດ້ານພະລາທິການ ແລະ ຈັດສົ່ງທະຫານຮັບຈ້າງໄປຍັງຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ