ກອງທັບໄທ ປ່ອຍຕົວ ບັນດາຫົວໜ້າຝ່າຍເຊື້ອແດງ

ກອງທັບໄທ ປ່ອຍຕົວ ບັນດາຫົວໜ້າຝ່າຍເຊື້ອແດງ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 28/05, ອຳນາດ​ການ​ປົກ​ຄອງ​ການ​ທະຫານ​ໄທ ​ໄດ້​ປ່ອຍ​ຕົວ​ບັນດາ​ຫົວ​ໜ້າ​ຂອງແນວ​ໂຮມ​ປະຊາທິປະ​ໄຕ ຕ້ານ​ພະ​ເດັດ​ການ (UDD) ​ຫຼືເອື້ນວ່າຂະ​ບວນການຝ່າຍ​ເສື້ອ​ແດງ, ​ເຊິ່ງ​ເປັນ​ພັນທະ​ມິດ​ຂອງ​ລັດຖະບານ​ພົນລະ​ເຮືອນ​ຖືກ​​ໂຄ່ນ​ລົ້ມ​ໃນ​ການລັດຖະປະຫານ​ເມື່ອ ​ອາທິດ​ກ່ອນ, ພາຍຫຼັງ​ຈັບ​ຕົວ​ເຂົາ​ເຈົ້າ​ເກືອບ​ອາທິດ​ໜຶ່ງ​ເຊິ່ງບໍ່​ມີ​ການ​ກ່າວ​ຫາ​ໃດໆ.

        ກອງທັບ​ໄທ ​ໃຫ້​ຮູ້​ວ່າ, ບັນດາ​ຜູ້​ຖືກ​ຈັບ​ຕົວ ​ແລະ ຫຼັງ​ຈາກ​ນັ້ນ​ໄດ້​ປ່ອຍ​ຕົວ​ນັບ​ແຕ່​ຈຸດເວລາ​ທີ່​ກອງທັບ​ຮັບ​ສິດ​ກຳອຳນາດ​ຕ້ອງ​ລົງ​ນາມ​ເອກະສານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ.

        ​ໃນ​ຂະນະ​ນັ້ນ, ໜັງ​ສື່​ພິມ “​ໄປສະ​ນີບາງ​ກອກ” ​ (Bangkok post) ໄດ້​ຄັດ​ແຫຼ່ງຂ່າວ​ໂດຍ​ໃຫ້​ຮູ້​ວ່າ ທ່ານ​ນາງ​ອະດີດ​ນາ​ຍົກລັດຖະມົນຕີ ຍິງຣັກ ຊິນນະ​ວັດ ຍັງ​ຢູ່​ບາງ​ກອກ ​ແລະ ບໍ່​ຖືກຄວບ​ຄຸມຢູ່​ເຮືອນ​ສ່ວນ​ຕົວ. ​ທ່ານ​ນາງ​ຍິງ​ຣັກ ສາມາດ​ໄປມາ​ຢ່າງ​ເສລີ​ຢູ່​ພາຍ​ໃນ​ປະ​ເທດ, ​ແຕ່ບໍ່​ໄດ້​ອອກ​ຈາກ​ໄທ ​ແລະ ​​ເມື່ອ​ຢາກ​ອອກ​ຈາກ​ນະຄອນຫຼວງ​ບາງກອກ ຕ້ອງ​ແຈ້ງ​ໃຫ້​ອຳນາດ​ການ​ປົກຄອງ​ຮັບ​ຊາບ.

ຂ່າວ/ບົດ​ອື່ນ