ກອງທັບໄທ ປະຕິເສດຂ່າວລືກໍ່ລັດຖະປະຫານ

ກອງທັບໄທ ປະຕິເສດຂ່າວລືກໍ່ລັດຖະປະຫານ - ảnh 1
ກອງທັບ​ໄທ ປະຕິ​ເສດ​ຂ່າວ​ລືກໍ່​ລັດຖະປະຫານ
(ພາບ: ອີນເຕີເນັດ)

(vovworld) – ກອງທັບ ​ໄທ ​ໄດ້​ປະຕິ​ເສດ​ຂ່າວ​ລື​ທີ່​ວ່າ: ຮອງຫົວໜ້າ​ບັນຊາ​ການ​ທະຫານ​ບົກ, ນາຍ​ພົນ  ດາ​ໂພງ ຣັດຕະນາ​ສຸວັນ ມີ​ກົນອຸບາຍ​ກໍ່ລັດຖະປະຫານ​ຕ້ານ​ລັດຖະບານ​ຂອງ​ພັກ​ເພື່ອ​ ​ໄທ. ກ່ອນໜ​້ານັ້ນ, ສື່​ມວນ​ຊົນ ​ໄທ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ ​ຂວັນ​ໃຈ ​ໄຜ່ພະ​ນາ,​ ການ​ນຳ​ຝ່າຍ “​ເຊື້ອ​ແດງ” ຢູ່​ແຂວງ ອຸດອນ ທານີ ​​ໂດຍເວົ້າ​ວ່າ: ​ນາຍ​ພົນ ດາ​ໂພງ ໄດ້​ປຶກສາ​ຫາລື​ກົນ​ອຸບາຍ​ກໍ່ລັດຖະປະຫານ ກັບຄົນ​ກຸ່ມ​​ໜຶ່ງ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ກໍ່ລັດຖະປະຫານ​ຕ້ານ​ລັດຖະບານ​ຂອງ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ທັກ​ສິນ ຊິນ​ນະວັ​ດ. ​ໂຄ​ສົກ​ຂອງ​ກອງທັບ​ໄທ, ທ່ານ ວິນ​ໄທ ສຸ​ວາຣີ ຢືນຢັນ​ວ່າ: ​ແຫຼ່ງຂ່າວ​ດັ່ງກ່າວ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ວົງ​ການ​ສື່ມວນ​ຊົນ ຕ້ອງ​ກວດກາ ກ່ອນ​ທີ່ຈະປະກາດ​ທຸກໆ​ຂໍ້​ມູນ​ຂ່າວສານ​ໃດໆ ​ເຊິ່ງອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ກຽດ​ສັກ​ສີ​ຂອງ​ຄົນ​ອື່ນ ​ແລະ ສົ່ງ​ຜົນ​ສະ​ທ້ອນເຖິງ​ບັນດາ​ອົງການ. ທ່ານ ​ ວິນ​ໄທ ຍັງ​ໃຫ້​ຮູ້​ວ່າ: ກອງທັບ ​ໄທ ຮຽກຮ້ອງ​ໃຫ້ ປະຊາຊົນ​ຄວນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກອງ​ທັບ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ພວມ​​ເຄັ່ງຮ້ອນ​ຄື​ປະຈຸ​ບັນ. ຍາມ​ໃດກອງທັບ​​ກໍ​ຈົ່ງ​ຮັກ​ພັກດີ​ກັບໜ້າທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ​​ໃຫ້​ດີ​ສຸດ​ຕາມ​ຄວາມ​ສາມາດ​ຂອງຕົນ.

 

ຂ່າວ/ບົດ​ອື່ນ