ກອງທັບໄທພົບເຫັນອາວຸດແລະລູກລະເບີດທີ່ຂົນສົ່ງເຂົ້າບາງກອກ

ກອງທັບໄທພົບເຫັນອາວຸດແລະລູກລະເບີດທີ່ຂົນສົ່ງເຂົ້າບາງກອກ - ảnh 1
ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ຢູ່ບາງກອກ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ກອງທັບ​​ ໄທ ​ພົບ​ເຫັນ​ອາວຸດ​ ແລະ​ ລູກ​ລະ​ເບີດ​ຂົນ​ສົ່ງ​ເຂົ້າ​ບາງກອກ, ຈຳນວນ​ອາ​ວຸດ​ດັ່ງກ່າວ​ໄດ້​​ພົບ​ເຫັນ​ໃນ​ສະພາບ​ທີ່ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຕ້ານ​ລັດຖະບານ​ມີ​ທ່າ​ອ່ຽງໃຊ້​ຄວາມ​ຮຸນ​ແຮງ. ​ໂຄ​ສົກ​ຂອງ​ທະຫານ​ບົກ ​ໄທ ຢືນຢັນ​ວ່າ: ພັກ​ຝ່າຍ​ໜຶ່ງ​ມີ​​ເຈດ​ຕະນາ​ບໍ່​ດີ​ພວມ​ລະດົມ​ອາວຸດ ​ແລະ ລູກ​ລະ​ເບີດ​ເພື່ອ​ກະກຽມ​ບຸກ​ໂຈມ​ຕີ​ຄູ່​ຕໍ່ສູ້. ກ່ອນ​ໜ້າ​ນັ້ນ, ລັດ​ຖະບາ​ນຊົ່ວຄາວ ​ໄທ ​ໄດ້​ປະກາດ​ລັດຖະບັນຍັດ​ສະພາວະ​ສຸກ​ເສີນ​ໃນ​ຮອບ​ເວລາ 60 ວັນ​ເລີ່​ມ​​ແຕ່​ວັນ​ທີ 22/1 ຢູ່​ບາງກອກ ​ແລະ ບັນດາ​ແຂວງ​ອ້ອມ​ຂ້າງ.

    ​ໃນ​ສະພາບ​ການ​ກ່ຽວ​ຂ້ອງ, ວັນ​ທີ 22/1, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄດ້​ບຸກ​ໂຈມ​ຕີ​ສຳ​ໜັກ​ງານ​ຕຳຫຼວດ​ແຫ່ງ​ຊາດ​ພາຍຫຼັງ​ລັດຖະບານ​ ​ໄທ ນຳ​ໃຊ້​ຄຳ​ສັ່ງ​ສະພາ​ວະສຸ​ກ​ເສີນ ​ແລະ ມອບ​ໜ້າ​ທີ່​ແກ້​ໄຂ​ສະພາບ​ການ​ໃຫ້​ກຳລັງ​ຕຳຫຼວດ.

    ກ່ອນ​ໜ້າ​ນັ້ນ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮ້ອຍ​ຄົນ ​ໄດ້​ຈັດ​ຕັ້ງ​ການ​ປິດ​ລ້ອມ​ຫ້ອງ​ວ່າການ​ເລຂາທິການ​ຜູ້​ປະຈຳການ​ກະຊວງປ້ອງ​ກັນ​ປະ​ເທດ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ພົນທະຫານ​ຢຸດຕິ​ການ​ຮັບ​ໃຊ້​ໃຫ້​ອັນ​ທີ່​​ເຂົາ​ເຈົ້າ​ເອີ້ນ​ວ່າ “ລະບອບ ທັກສິນ”.

 


ຂ່າວ/ບົດ​ອື່ນ