ກອງທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດງານຢູ່ Abyei

(VOVWORLD) - ພິທີຈັດສົ່ງກອງທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNISFA, ເຂດ Abyei.
ກອງທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດງານຢູ່ Abyei - ảnh 1ກອງທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດໜ້າທີ່
(ພາບ: TTXVN)

        ຕອນເຊົ້າວັນທີ 08 ສິງຫາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຈັດສົ່ງກອງທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNISFA, ເຂດ Abyei. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນໂທ ຟຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກໃນກອງ ຈົ່ງສາມັກຄີກັນ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດທຸກໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ມອບໝາຍໃຫ້. ພ້ອມກັນນັ້ນ, ກໍ່ສືບຕໍ່ສ້າງພາບບົດອັນດີງາມກ່ຽວກັບກອງທັບປະຊາຊົນ ຫວຽດນາມ ຕໍ່ເພື່ອນມິດສາກົນ ແລະ ຊາວທ້ອງຖິ່ນຢູ່ເຂດຕັ້ງທັບ; ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດໃຫ້ເປັນຢ່າງດີ, ຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ, ສ້າງສະພາບແວດລ້ອມສາກົນທີ່ສະດວກ ເພື່ອສ້າງສາ, ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ