ກອງ​ບັນ​ຊາ​ການທະ​ຫານເຮືອ​ເຂດ 4 ອອກ​ລະ​ຫັດ QR ໃຫ້​ແກ່​ຊາວ​ປະ​ມົງ​ຕ້ານ​ການ​ຂຸ​ດ​ຄົ້ນ IUU

(VOVWORLD) - ພາຍຫຼັງການໂຄສະນາ, ກຸ່ມປະຕິບັດງານໄດ້ລົງແຕ່ລະກຳປັ່ນຫາປາໂດຍກົງ, ພົບປະກັບເຈົ້າຂອງພາຫະນະ, ກັບຕັນ ແລະ ລູກເຮືອເພື່ອເຜີຍແຜ່, ຂົນຂວາຍປະຕິບັດຖືກຕ້ອງຕາມຂໍ້ກຳນົດ ກ່ຽວກັບການຕ້ານການຂຸດຄົ້ນ IUU.
ກອງ​ບັນ​ຊາ​ການທະ​ຫານເຮືອ​ເຂດ 4 ອອກ​ລະ​ຫັດ QR ໃຫ້​ແກ່​ຊາວ​ປະ​ມົງ​ຕ້ານ​ການ​ຂຸ​ດ​ຄົ້ນ IUU - ảnh 1ພະນັກງານທະຫານເຮືອ ແນະນຳການ Scan QR ໃຫ້ແກ່ປະຊາຊົນ (ພາບ: qdnd.vn)

ເພື່ອແນໃສ່ຮັດແໜ້ນການຄວບຄຸມ ແລະ ຍົກສູງສະຕິປະຕິບັດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດ ຕັດສິນໃຈຍົກເລີກບັດເຫຼືອງຂອງ ຄະນະກຳມະການເອີລົບ (EC) ວັນທີ 13 ພະຈິກ, ກອງທະຫານເຮືອເລກທີ 42 (ກອງບັນຊາການທະຫານເຮືອເຂດ 4) ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ອູມິງ ຈັດການໂຄສະນາກ່ຽວກັບວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)

ວຽກງານໂຄສະນາໄດ້ໄດ້ຫັນເປັນທັນສະໄໝຜ່ານການໝູນໃຊ້ເຕັກໂນໂລຢີດີຈີຕອນ. ໄປຄຽງຄູ່ກັບຮູບແບບເກົ່າ ຄືການໂຄສະນາລວມໝູ່, ແຈກໃບປິວ, ຄູ່ມືກົດໝາ, ພະນັກງານກອງທະຫານເຮືອເລກທີ 42 ໄດ້ອອກລະຫັກ QR ຢູ່ບັນດາທ່າກຳປັນ ແລະ ພາຫະນະຕ່າງໆ. ວິທີການນີ້ຊ່ວຍໃຫ້ຊາວປະມົງໄດ້ສຳຜັດກັບຂໍ້ມູນໂດຍໄວ, ໂດຍກົງ, ອາດສາມາດຄົ້ນຫາທຸກເວລາ, ທຸກບ່ອນ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການຫັນການຄຸ້ມຄອງອາຊີບຫາປາເປັນດີຈີຕອນ ແລະ ຍົກສູງລັກສະນະເປັນເຈົ້າການປະຕິບັດຂອງຊາວປະມົງເມື່ອເຂົ້າຮ່ວມການເຄື່ອນໄຫວທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ