ກອງບັນຊາການທະຫານເຮືອເຂດ 5 ຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ພະນັກງານ, ນັກຮົບເກາະ ຮ່ອນຈວຍ

ກອງບັນຊາການທະຫານເຮືອເຂດ 5 ຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ພະນັກງານ, ນັກຮົບເກາະ ຮ່ອນຈວຍ - ảnh 1
​ເກາະ ຮ່ອນ​ຈວຍ
ພາບ:sotaydulich.vn

(vovworld) - ວັນ​ທີ 24/1, ຄະນະ​ປະຕິບັດ​ງານ​ຂອງ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5 ຫວຽດນາມ ພ້ອມ​ກັບ​ຜູ້ຕາງຫນ້າ​ແຂວງ, ນະຄອນ ຈຳນວນ​ຫນຶ່ງ ຢູ່ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃຫມ່​ພະນັກງານ, ນັກຮົບ​ເກາະ ຮ່ອນ​ຈວຍ ຂຶ້ນ​ກັບເທດສະບານ ຊົງ​ດົກ ​ເມືອງ​ເຈີ​ນວັນ​ເທີ່​ຍ ​ແຂວງ ກາ​ເມົາ ຫ່າງ​ຈາກ​ດິນ​ຕໍ່​​ແຜ່ນ​ປະມານ 35 ກິ​ໂລ​ແມັດ.   ​ເກາະ​ແຫ່ງ​ນີ້​ມີ​ເນື້ອ​ທີ່​ດິນ​ກວ່າ 1,4 ຕາລາງ​ກິ​ໂລ​ແມັດ ​ແລະ ​ແມ່ນ​ບ່ອນ​ດຳລົງ​ຊີວິດ​ຂອງ 33 ຄອບຄົວ. ທ່ານ ​ເລ​ວັນ​ເຟືອງ, ຫົວຫນ້າ​ກຸ່ມ​ຊຸມ​ຊົນ​ເລກ 1, ​ເກາະ ຮ່ອນ​ຈວຍ ​ໃຫ້​ຮູ້​ວ່າ:

        “​ປີ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ການ​ສະຫນັບສະຫນູນ, ​ເບີ່​ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ບັນດາ​ໝູ່​ມະຫາຊົນ. ​ແຕ່ລະ​ເທື່ອ​ ​ເມືອມີຄະນະ​ມາ​ຢ້ຽມຢາມ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກດີ​ໃຈ​ຫລາຍ ​ເພາະວ່າ ການ​ດຳລົງ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້ ຍັງ​ຂາດ​ເຂີນ​ຫລາຍ.”

       

ຂ່າວ/ບົດ​ອື່ນ