ກອງປະຊຸມ AMMSWD 8 ກ່ຽວກັບສະຫວັນດີການສັງຄົມ ແລະ ພັດທະນາສັງຄົມ

ກອງປະຊຸມ AMMSWD 8 ກ່ຽວກັບສະຫວັນດີການສັງຄົມ ແລະ ພັດທະນາສັງຄົມ - ảnh 1
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ AMMSWD 8
ກ່ຽວ​ກັບ​ສະຫວັນ​ດີການສັງຄົມ ​ແລະ ພັດທະນາ​ສັງຄົມ
(ພາບ: vietnamplus.vn)


(vovworld) - ວັນ​ທີ 06 ກັນຍາ, ຢູ່​ນະຄອນ​ທ່ອງ​ທ່ຽວ Siem Reap, ປະ​ເທດ ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ຄັ້ງ​ທີ 8 (AMMSWD 8). ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ “ພັດທະນາ​ສັງຄົມ​ໃຫ້​ທຸກໆ​ຢ່າງ”, ​ເຊິ່ງໄດ້​ສຸມ​ໃສ່​ເຂົ້າ​ໃນ​ສະຫວັດດີ​ການ​ສັງຄົມ​ໃຫ້​ແກ່​ເດັກ, ຄົນ​ພິການ ​ແລະ ຜູ້​ມີ​ອາຍຸ​ສູງ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນວຽກ​ງານ​ຊຸກຍູ້​ສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ​ສັງຄົມ​ຂອງ​ປະຊາຊົນ​ພາຍ​ໃນ​ກຸ່ມ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Hun Sen ​ເນັ້ນ​ໜັກ​ວ່າ, ສະຫວັດດີ​ການ​ສັງຄົມ ​ແລະ ພັດທະນາ​ສັງຄົມ​ແມ່ນ​ບັນຫາ​ທີ່ມີ​ລັກສະນະ​ທົ່ວ​ໂລກ ​ແລະ ມີ​ຄວາມ​ສຳຄັນ​ຍິ່ງ​ຕໍ່​ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ. ທ່ານນາຍົກລັດຖະມົນຕີ Hun Sen ​ກ່າວ​ວ່າ.

        “​ເພື່ອ​ປັບປຸງ​ເສົ້າ​ຄຳ້ປະຊາ​ຄົມ​ວັດທະນະທຳ, ສັງຄົມ​ອາ​ຊຽນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ການ​ໜູນ​ຊ່ວຍ​ສັງຄົມ​ຈາກ​ຂອບ​ເຂດ​ຂັ້ນ​ລັດ ​ແລະ ຢູ່​ທຸກ​ຂັ້ນ ​ໃຫ້​ເໝາະ​ສົມ​ກັບ​ສະພາບການຂອງ​ແຕ່ລະ​ປະ​ເທດ​ອາ​ຊຽນ, ​ແນ​ໃສ່​ຊ່ວຍ​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ, ກຸ່ມ​ເປົ້າໝາຍປະສົບກັບຄວາມສ່ຽງ , ຄົນ​ພິການ, ​ໄວ​ໜຸ່ມ​ບໍ່​ໄດ້​ໄປ​ໂຮງຮຽນ, ຄົນ​ງານ​ອົບ​ພະຍົບ ​ແລະ ບັນດາ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກບັນຫາ​ອື່ນໆ ມີ​ສິດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສັງຄົມ ສະ​ເໝີ​ພາບ​ພ້ອມ​ກັນ​ບັນດາ​ການ​ບໍລິການ​ທີ່​ຈຳ​ເປັນ​ອື່ນໆ ​ໃຫ້​ແກ່​ຊີວິດ​ຂອງ​ເຂົາ​ເຈົ້າ”.

ຂ່າວ/ບົດ​ອື່ນ