ກອງປະຊຸມ APEC 2022: ມີນັກຂ່າວກວ່າ 2.300 ຄົນຈົດທະບຽນໃຫ້ຂ່າວ

(VOVWORLD) -ຈຳນວນນັກຂ່າວມາຈາກເກືອບ 30 ປະເທດ ຈົດທະບຽນໃຫ້ຂ່າວກ່ຽວກັບກອງປະຊຸມ
ກອງປະຊຸມ APEC 2022: ມີນັກຂ່າວກວ່າ 2.300 ຄົນຈົດທະບຽນໃຫ້ຂ່າວ - ảnh 1(ພາບປະກອບ)

        ມີນັກຂ່າວກວ່າ 2.300 ຄົນມາຈາກທຸກປະເທດໃນໂລກ ໄດ້ຈົດທະບຽນໃຫ້ຂ່າວກ່ຽວກັບກອງປະຊຸມບັນດາການນຳເສດຖະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ດຳເນີນຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ ໃນລະຫວ່າງວັນທີ 18-19 ພະຈິກ.

        ວັນທີ 13 ພະຈິກ, ສື່ມວນຊົນ ໄທ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄທ ໂດຍໃຫ້ຮູ້ວ່າ, ຈຳນວນນັກຂ່າວມາຈາກເກືອບ 30 ປະເທດ, ຫຼາຍທີ່ສຸດແມ່ນມາຈາກ ຈີນ (ກວ່າ 200 ຄົນ), ຖັດຈາກນັ້ນແມ່ນ ຍີ່ປຸ່ນ (ກວ່າ 100 ຄົນ) ແລະ ອາເມລິກາ (ປະມານ 50 ຄົນ). ໃນຂະນະນັ້ນ, ຖັນແຖວນັກຂ່າວຂອງປະເທດເຈົ້າພາບຈົດທະບຽນໃຫ້ຂ່າວກ່ຽວກັບກອງປະຊຸມແມ່ນເກືອບ 500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ