ກອງປະຊຸມ G20: ບັນດາປະເທດ BRICS ເນັ້ນໜັກເຖິງບົດບາດຂອງ WTO, ຄັດຄ້ານລັດທິອາລັກຂາ

(VOVWORLD) -ວັນທີ 28 ມິຖຸນາ,  ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ພວມດຳເນີນໄປຢູ່ Osaka, ປະເທດຍີ່ປຸ່ນ, ການນຳບັນດາປະເທດກຸ່ມ BRICS (ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້) ໄດ້ຈັດການປະຊຸມເພື່ອປຶກສາຫາລືກ່ຽວກັບບັນດາບັນດາພົ້ນເດັ່ນ, ໃນນັ້ນມີບົດບາດຂອງອົງການການຄ້າໂລກ (WTO), ພື້ນຖານເສດຖະກິດທົ່ວໂລກ ແລະ ບັນດາການແກ້ງແຍ້ງດ້ານການຄ້າ.
ກອງປະຊຸມ G20: ບັນດາປະເທດ BRICS ເນັ້ນໜັກເຖິງບົດບາດຂອງ WTO, ຄັດຄ້ານລັດທິອາລັກຂາ - ảnh 1  ການນຳບັນດາປະເທດກຸ່ມ  BRICS

(ພາບ:  indiatoday.in)

   ກ່າວຄຳເຫັນທີ່ການປະຊຸມ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວເຕືອນວ່າ: ບັນດາເຈດຕະນາຫວັງເຮັດໃຫ້ບົດບາດຂອງ WTO ລົຫລຸດງຫຼືທຳລາຍອົງການນີ້ລ້ວນແຕ່ບໍ່ມີປະໂຫຍດ. ທ່ານກໍ່ໃສ່ໃຈວ່າ ປະຈຸບນັ, ພື້ນຖານເສດຖະກິດໂລກພວມຢູ່ໃນສະພາບເປັນ “ໜ້າວິຕົກກັງວົນທີ່ສຸດ” ໃນຂະນະທີ່ການຄ້າທົ່ວໂລກພວມຖືກຮັບບັນດາການກະທົບຈາກ “ລັດທິອາລັກຂາ ແລະ ບັນດາຂໍ້ຈຳກັດທີ່ມີລັກສະນະການເມືອງ”.

  ສ່ວນທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ຖືວ່າ: ການພັດທະນາເສດຖະກິດທົ່ວໂລກສ່ວນຫຼາຍພວມຖືກຄວບງຳຈາກບັນດາການຕັດສິນຝ່າຍດຽວ. ທ່ານເນັ້ນໜັກວ່າຄວນສຸມໃສ່ການປະຕິຮູບ WTO ເພື່ອແນໃສ່ຮັບປະກັນໃຫ້ເສດຖະກິດທົ່ວໂລກບັນລຸໄດ້ການພັດທະນາດຸ່ນດຽງ.

   ໃນຂະນະນັ້ນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຕຳໜິຕິຕຽນບາງປະເທດພັດທະນາເດີນຕາມບັນດາມາດຕະການທີ່ມີລັກສະນະອາລັກຂາ ພວມກໍ່ໃຫ້ເກີດບັນດາການແກ້ງແຍ້ງດ້ານການຄ້າ ແລະ ປິດລ້ອມເສດຖະກິດ, ພ້ອມທັງເອີ້ນວ່ານີ້ແມ່ນໄພອັນຕະລາຍໃຫ່ຍທີ່ສຸດເຮັດໃຫ້ການຂາດສະຖຽນລະພາບຂອງພື້ນຖານເສດຖະກິດທົ່ວໂລກເພີ່ມຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ