ກອງປະຊຸມ JVBC-4 ບັນລຸໝາກຜົນທີ່ຕັ້ງໜ້າ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕີລາຄາວ່າກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ບັນລຸໄດ້ໝາກຜົນຕັ້ງໜ້າ
ກອງປະຊຸມ JVBC-4 ບັນລຸໝາກຜົນທີ່ຕັ້ງໜ້າ - ảnh 1ການຖະແຫຼງຂ່າວຂອງລັດຖະມົນຕີການຕ່າງປະເທດ 2 ທ່ານ

ວັນທີ 20 ກໍລະກົດ, ພາຍຫຼັງກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ (JCBC-4) ທີ່ຈັດຂຶ້ນໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ພົບປະກັບສື່ມວນຊົນເພື່ອແຈ້ງໝາກຜົນຂອງກອງປະຊຸມ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕີລາຄາວ່າກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ບັນລຸໄດ້ໝາກຜົນຕັ້ງໜ້າ, ດ້ວຍບັນດາການປຶກສາຫາລືທີ່ມີຜົນປະໂຫຍດກ່ຽວກັບຫຼາຍບັນຫາ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງກ່ວາອີກ, ດ້ວຍວິທີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ບັນດາກົນໄກຮ່ວມມືໃນບັນດາຂົງເຂດຕ່າງໆ, ເຊິ່ງລວມມີ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກຳ, ພະລັງງານ, ການທ່ອງທ່ຽວ ແລະ ການເຊື່ອມຕໍ່.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ເນັ້ນໜັກວ່າ: ກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງຂຶ້ນຕື່ມ. ເພື່ອປັບປຸງການພົວພັນຄູ່ຮ່ວມມືຂຶ້ນຕື່ມ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການສ້າງສຳເລັດແຜນການເຄື່ອນໄຫວໄລຍະ 2024 – 2028 ຄືດັ່ງການກຳນົດທິດໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ