ກອງປະຊຸມ SEON 2/51 ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ

(VOVWORLD) - ນອນໃນບັນດາການເຄື່ອນໄຫວຂອງປີ ອາຊຽນ 2020, ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານເສດຖະກິດ ອາຊຽນ ຄັ້ງທີ 2 ປີ 2020 (SEOM 2/51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຕັ້ງຕາມຮູບການອອນລາຍໃນລະຫວ່າງວັນທີ 27 – 28 ເມສາ. ດ້ວຍບົດບາດເປັນປະເທດປະທານ ອາຊຽນ 2020, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມດັ່ງກ່າວ.

  ກອງປະຊຸມໄດ້ແລກປ່ຽນກ່ຽວກັບບັນດາຮ່າງແຜນການດຳເນີນງານຢ່າງລະອຽດ ທີ່ນອນໃນຂອບເຂດພາຍໃນກຸ່ມ ອາຊຽນ, ລະຫວ່າງ ອາຊຽນ - ຍີ່ປຸ່ນ, ກໍ່ຄືຖະແຫຼງການຮ່ວມຂັ້ນລັດຖະມົນຕີກະຊວງເສດຖະກິດລະຫວ່າງ ອາຊຽນ - ຈີນ ແລະ ລະຫວ່າງ ອາຊຽນ ກັບທັງ 3 ປະເທດ ຈີນ, ສ.ເກົາຫຼີ , ຍີ່ປຸ່ນ ເພື່ອແນໃສ່ຮັກສາລະບົບສະໜອງໃນພາກພື້ນ, ຟື້ນຟູເສດຖະກິດພາຍຫລັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19.

        ນອກນັ້ນ, ກອງປະຊຸມກໍ່ແລກປ່ຽນກ່ຽວກັບສະພາບການກວດກາສັນຍາການຄ້າສິນຄ້າ ອາຊຽນ (ATIGA), ບັນຫາເຂົ້າເປັນສະມາຊິກ ອາຊຽນ ຂອງ ຕີມໍຕາເວັນອອກ…

ຕອບກັບ

ຂ່າວ/ບົດ​ອື່ນ