ກອງ​ປະຊຸມ SOM ອາ​ຊຽນ ​ແລະ ບັນດາກອງ​ປະຊຸມ​ທີ່​ກ່ຽວຂ້ອງ


ກອງ​ປະຊຸມ SOM ອາ​ຊຽນ ​ແລະ ບັນດາກອງ​ປະຊຸມ​ທີ່​ກ່ຽວຂ້ອງ - ảnh 1
 (ພາບ:
TTXVN)

(vovworld)-​ໃນວັນ​ທີ 7-8/6, ຢູ່ Yangon ປະ​ເທດ​ມຽນມາ, ​ໄດ້​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ (SOM) ອາ​ຊຽນ, SOM ອາ​ຊຽນ+3 ​ແລະ SOM ອາຊີ​ຕາ​ເວັນ​ອອກ (EAS). ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ SOM ຈັດ​ຂຶ້ນ​ແຕ່​ວັນ​ທີ 7-10/6/2014 ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ທີ່​ກ່ຽວຂ້ອງ ຊື່​ງຈະ​ຈັດ​ຂຶ້ນ​ໃນຕົ້ນ​ເດືອນ 8/2014 ຈະ​ມາ​ເຖິງ​ຢູ່ Nay Pyi Taw ປະ​ເທດ​ມຽນມາ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ, ຫົວໜ້າ SOM ອາ​ຊຽນ-ຫວຽດນາມ ​ເປັນ​ຫົວ​ໜ້າຄະນະ​ ເຂົ້າຮ່ວມ​ກອງ​ປະຊຸມ. ພາຍຫຼັງ​ການ​ເຮັດ​ວຽກ​ເປັນ​ເວລາ 2 ມື້,​ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ໄດ້​ສຸມ​ໃສ່​ສຳ​ຫຼວດກວດຄືນ ​ແລະ ກຳນົດ​ທິດ​ທາງ​ຮ່ວມ​ມື​ໃນ​ອາ​ຊຽນ, ອາ​ຊຽນ+3 ​ແລະ ກອງ​ປະຊຸມ​ຍຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ກໍ່​ຄື​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ​ເນັ້ນໜັກ​ວ່າ: ​ເລື່ອງຈີນ​ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ສົ່ງ​ກຳປັ່ນ​ປ້ອງ​ກັນຫຼາຍ​ລຳ​ເຂົ້າ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ລະ​ເມີດ​ກົດໝາຍສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ຢ່າງ​ຮ້າຍ​ແຮງ. ທ່ານ​ຮຽກຮ້ອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ ຈົ່ງ​ສືບ​ຕໍ່​ຄັດຄ້ານ​ບັນດາ​ການ​ກະທຳ​ແຊກ​ແຊງ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຢ່າງ​ເຂັ້ມງວດ ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

   ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາ​ຊຽນ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ​ເນັ້ນໜັກ​​ເຖິງ​ຈຸດ​ສຸມ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນສຳ​ເລັດ​ໃນ​ປີ 2015, ​ເພີ່ມ​ທະວີນ້ຳ​ໃຈ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ທີ່​ມີ​ຕໍ່​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ. ທ່ານ​ໄດ້​ແຈ້ງ​ໃຫ້​ຊາບ​ເລື່ອງ​ຫວຽດນາມ ຈະ​ເປັນ​ເຈົ້າພາບ​ ​ແລະ​ ເປັນ​ປະທານ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ (AMF) ​ແລະ ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ​ເປີດ​ກ້ວາງ​ກັບ​ບັນດາ​ຄູ່​ຮ່ວມ​ມື (EAMF) ​ໃນ​ທ້າຍ​ເດືອນ 8/2014 ຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ກ່ວາ​ອີກ ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ໃນການ​ເດີນ​ທະ​ເລ ກໍ່​ຄື​ບັນດາ​ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບທະ​ເລ​ອື່ນໆ. ສຳລັບກອງ​ປະຊຸມ​ຂັ້ນສູງ ອາຊີ​ຕາ​ເວັນ​ອອກ (EAS), ທ່ານ​ຮອງ​ລັດຖະມົນຕີຢືນຢັນ​ວ່າ​ຕ້ອງ​ເພີ່ມ​ທະວີ​ບົດບາດ​ຂອງ EAS ກ່ວາ​ອີກ ດ້ວຍ​ຖານະ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ໂຄງ​ປະກອບ​ພາກ​ພື້ນ ຊື່ງ​ໃນ​ນັ້ນອາ​ຊຽນ ສວມ​ບົດບາດ​ໃຈກາງ, ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ./.

 

ຂ່າວ/ບົດ​ອື່ນ