ກອງ​ປະ​ຊຸມ​ ຄັ້ງ​ທີ 20 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາແຫ່​ງ​ຊາດ ຫວຽດ​ນາມ ຖືກ​ໄຂຂຶ້ນ​ຕອນເຊົ້​າ​ວັນ​ທີ 13 ກ​ຸມ​ພາ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ມີຄຳເຫັນກ່ຽວກັບບາງບັນຫາໃຫຍ່ ທີ່ຍັງມີຄຳເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍ. 
ກອງ​ປະ​ຊຸມ​ ຄັ້ງ​ທີ 20 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາແຫ່​ງ​ຊາດ ຫວຽດ​ນາມ ຖືກ​ໄຂຂຶ້ນ​ຕອນເຊົ້​າ​ວັນ​ທີ 13 ກ​ຸມ​ພາ - ảnh 1ກອງປະຊຸມ ຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: VOV)

ກອງປະຊຸມດຳເນີນເປັນເວລາ 3 ວັນ, ຢູ່ຮ່າໂນ້ຍ. ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ມີຄຳເຫັນກ່ຽວກັບບາງບັນຫາໃຫຍ່ ທີ່ຍັງມີຄຳເຫັນແຕກຕ່າງກັນຂອງບັນດາຮ່າງກົດໝາຍ: ກົດໝາຍວ່າດ້ວຍການປ້ອງກັນທາງພົນລະເຮືອນ; ກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຕິດຕໍ່ພົວພັນທາງດ້ານເອເລັກໂຕຣນິກ (ສະບັບປັບປຸງ); ຮ່າງດຳລັດວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ; ຮ່າງມະຕິວ່າດ້ວຍຂອບເຂດສິດໜ້າທີ່ຄວາມຮັບຜິດຊອບ ແລະ ໂຄງສ້າງ, ການຈັດຕັ້ງຂອງຄະນະເລຂາ…

        ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ກໍ່ມປະກອບຄຳເຫັນເຂົ້າໃສ່ບົດລາຍງານສະຫຼຸບກອງປະຊຸມວິສາມັນ ຄັ້ງທີ 2 ແລະ ຄັ້ງທີ 3, ສະພາແຫ່ງຊາດ ຊຸດທີ XV; ພິຈາລະນາບົດລາຍງານວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ຂອງສະພາແຫ່ງຊາດ ຫວຽດນາມ ເດືອນທັນວາ 2022 ແລະ ເດືອນມັງກອນ 2023.

ຕອບກັບ

ຂ່າວ/ບົດ​ອື່ນ