ກອງປະຊຸມ “ບັນດາ ເພື່ອນມິດຂອງ ຊີຣີ” ຢູ່ ຈໍແດນ

ກອງປະຊຸມ “ບັນດາ ເພື່ອນມິດຂອງ ຊີຣີ” ຢູ່ ຈໍແດນ - ảnh 1
ທະຫານ ຊີຣີ ໃນບັ້ນຮົບຢູ່ Qusayr ເມື່ອວັນທີ 20/5.
(ພາບ: AFP/TTXVN)

(vovworld) –  ວັນ​ທີ 22/5, ກຸ່ມ “ບັນດາ​ເພື່ອ​ນມິດ​ຂອງ ຊີ​ຮີ” ລວມມີ ອາ​ເມ​ລິ​ກາ ​ແລະ 10 ປະ​ເທດ​ພັນທະ​ມິດ ອາຣັບ ​ແລະ ​ເອີ​ລົບ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ Amman ຂອງ ຈໍ​ແດນ. ກອງ​ປະຊຸມ ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 22 – 23/5, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ພ້ອມ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ 10 ປະ​ເທດຄື: ອັງ​ກິດ, ຝຣັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ, ຈໍ​ແດນ, ອີ​ຢິບ, Qatar, ອາຣັບ ຊາ​ອຸ​ດີ, ​ເຕິ​ກກີ ​ແລະ  ອາຣັບເອມີ​ເຣັດຢູ​ໄນ​ເຕັດ.

        ຕາມ​ແຈ້ງ​ການໜັງສືພິມ​ພາຍຫຼັງ​ເຈລະຈາ​ມາ​ເປັນ​ເວລາ 5 ຊົ່ວ​ໂມງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 11 ປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ ຊີຣີ Bashar al – Assad ​​ປະລະ​ສິດ​ອຳນາດ​ເພື່ອ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​​ໃນ​ປະຈຸ​ບັນ ​ແລະ ຈັດ​ຕັ້ງ​ການ​​ເຈລະຈາ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຢຸູ່ ຊີຣີ. ບັນດາ​ປະ​ເທດ​ດັ່ງກ່າວ​ກໍ່​ຖື​ວ່າ: ຈຳ​ເປັນ​ຕ້ອງ​ກຳນົດ​ເວລາ ​ເພື່ອ​ໃຫ້​ລັດຖະບານ​​ໄລ​ຍະຂ້າມ​ຜ່ານ​ໃໝ່​ຢູ່ ຊີຣີ ສາມາດ​ຄວບ​ຄຸມ​ສິດ​ອຳນາດ​ໄດ້, ບັນດາ​ກຳລັງ​ກອງທັບ, ຕຳຫຼວດ ​ແລ​ະ ກົງຈັກ​ສືບ​ລາຊະການ​ລັບ. ຖະ​ແຫຼ​ງການ​ຂອງ​ກຸ່ມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ” ​ໄດ້​ຊີ້​ແຈ້ງວ່າ: ຖ້າຫາກລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ Assad ປະລາ​ໄຊ​​ໃນ​ການ​ບັນລຸ​ຂໍ​້ຕົກລົງ​ມອບ​ໂອນ​ສິດ​ອຳນາດ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ​ຝ່າຍ​ຄ້ານຈົນ​ຮອດ​ເວລາໃດ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

       

ຂ່າວ/ບົດ​ອື່ນ