ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ແມ່​ຍິງ ອາ​ຊຽນ ຄັ້ງ​ທີ 4

(VOVWORLD) -ກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ໄດ້ຈັດຂຶ້ນ 3 ປີ ເທື່ອໜຶ່ງ, ເພື່ອໃຫ້ລັດຖະມົນຕີທີ່ຮັບຜິດຊອບ ບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຂອງ ບັນດາປະເທດໃນພາກພື້ນ ປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມື ໃນການຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.
ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ແມ່​ຍິງ ອາ​ຊຽນ ຄັ້ງ​ທີ 4 - ảnh 1ພາບປະກອບ: Getty Images

ຕອນເຊົ້າວັນທີ 15 ຕຸລາ, ໄດ້ດຳເນີນກອງປະຊຸມຂອງ ລັດຖະມົນຕີແມ່ຍິງ ອາຊຽນ (AMMW) ຄັ້ງທີ 4, ດ້ວຍຫົວຂໍ້ “ພື້ນຖານເສດຖະກິດ ດີຈີຕອນ ແລະ ກວມລວມດ້ານການເງິນ ເພື່ອ ປັບປຸງຄວາມສາມາດໃນການແກ້ງແຍ້ງຂອງແມ່ຍິງ ອາຊຽນ”. ກອງປະຊຸມໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນຕາມຮູບການທາງໄກ ຢູ່ ຮ່າໂນ້ຍ.

ກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ໄດ້ຈັດຂຶ້ນ 3 ປີ ເທື່ອໜຶ່ງ, ເພື່ອໃຫ້ລັດຖະມົນຕີທີ່ຮັບຜິດຊອບ ບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຂອງ ບັນດາປະເທດໃນພາກພື້ນ ປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມື ໃນການຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ດ້ວຍຫົວຂໍ້ ດັ່ງກ່າວ, ກອງປະຊຸມຄັ້ງນີ້ ໄດ້ແນໃສ່ແລກປ່ຽນກ່ຽວກັບວິທີການແກ້ໄຂລະດັບຊາດ ແລະ ພາກພື້ນ ໃນການຍົກສູງຄວາມສາມາດໃນການແກ້ງແຍ້ງ ຂອງ ແມ່ຍິງຜ່ານການຫັນເປັນດີຈີຕອນ ແລະ ການເງິນກວມລວມ.

ດ້ວຍບົດບາດແມ່ນປະທານລັດຖະມົນຕີແມ່ຍິງ ອາຊຽນ ໄລຍະ 2019 – 2021, ຢູ່ກອງປະຊຸມ, ຫວຽດນາມ ໄດ້ແບ່ງປັນກ່ຽວກັບຄວາມມານະພະຍາຍາມ ແລະ ຜົນງານຂອງ ອາຊຽນ ໃນຂົງເຂດຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກ ຍິງ ໃນອາຍຸການ ໂດຍຫວຽດນາມ ນຳພາ.

ຕອບກັບ

ຂ່າວ/ບົດ​ອື່ນ