ກອງປະຊຸມ ສຳມະນາ “5 ປີແຫ່ງການ ເຂົ້າເປັນສະມາຊິກ WTO“

ກອງປະຊຸມ ສຳມະນາ   “5 ປີແຫ່ງການ ເຂົ້າເປັນສະມາຊິກ WTO“ - ảnh 1

ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈີ​ນກວກ​ແຄງ​ ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​ສຳ​ມະ​ນາ

ພາບ:dangcongsan.vn

( vovworld ) – ​​​“5 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ WTO-ວິ​ສາ​ຫະກິດ​ການ​ຄ້າ​ການ​ບໍລິການ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ“ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສື່​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ສົມທົບ​ກັບ​ໜັງ​ພື​ພິມ​ອຸດສາຫະກຳ​ການ​ຄ້າ ຈັດ​ຂຶ້ນຢູ່​ນະຄອນ​ໂຮ່ຈິ​ມິນ​ໃນ​ວັນ​ທີ 17/2. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຕີ​ລາຄາ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ​ຢ່າງ​ແຂງ​ແຮງ​ທີ່​ບັນລຸ​ໄດ້​ພາຍຫລັງ 5 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ WTO, ພິ​ເສດ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ບໍລິການ, ບັນດາ​ບົດຮຽນ, ສິ່ງ​ຄົງ​ຂ້າງ, ການ​ທ້າ​ທາຍ​ໃນ​ໄລຍະ​ຕໍ່​ໄປ. ​ແລະ ກໍ​ຢູ່​ໃນ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອ​ແນ​ໃສ່​ນຳ​ໃຊ້​ບັນດາ​ກາລະໂອກາດ​ຈາກ WTO ​ເປັນ​ຢ່າງ​ດີ ​ເພື່ອ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ; ຫັນ​ການ​ທ້າທາຍ​ເປັນ​ກາລະ​ໂອກາດ, ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ ​ແລະ​ ໂລກ​ສຳ​ເລັດ​ຜົນ. ບັນດາ​ຜູ້​ຊ່ຽວຊານ​ໄດ້​ປະກອບບັນດາ​ຄຳ​​ເຫັນ​ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປ່ຽນ​ໃໝ່​ອົງ​ປະກອບ​ພື້ນຖານ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ; ​ແກ້​ໄຂ​ບັນ​ຫາ​ໄພ​ເງິນ​ເຟີ້, ຂາດ​ດຸນ​ການ​ຄ້າ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ ​ແລະ ​ຄວາມ​ສາມາດ​ບໍລິຫານ​ດຳ​ເນີນ​ທຸລະ​ກິດ; ສືບ​ຕໍ່​ສ້າງ, ສຳ​ເລັດ​ກົນ​ໄກ, ນະ​ໂຍບາຍ, ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ…..
ຂ່າວ/ບົດ​ອື່ນ