ກອງ​ປະ​ຊ​ຸມ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື: ຮັບ​ຮອງ​ເອົາຫຼາຍ​ຖະ​ແຫຼງ​ການ​ຮ່ວມ ດ້ວຍຫຼາຍ​ຂົງ​ເຂດ​ຮ່ວມ​ມື​ລະ​ອຽດ

(VOVWORLD) -  ກ  ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM)  ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ, ຕອນເຊົ້າວັນທີ 13 ກໍລະກົດ, ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ+1 ກັບບັນດາຄູ່ຮ່ວມມື ນິວຊີແລນ, ອິນເດຍ, ລັດເຊຍ, ອົດສະຕາລີ ແລະ ຈີນ.
ກອງ​ປະ​ຊ​ຸມ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື: ຮັບ​ຮອງ​ເອົາຫຼາຍ​ຖະ​ແຫຼງ​ການ​ຮ່ວມ ດ້ວຍຫຼາຍ​ຂົງ​ເຂດ​ຮ່ວມ​ມື​ລະ​ອຽດ - ảnh 1

 (ພາບປະກອບ)

      ທີ່ກອງປະຊຸມ, ບັນດາຄູ່ຮ່ວມມືຢັ້ງຢືນ ໄດ້ຖືເປັນສຳຄັນການພົວພັນກັບ ອາຊຽນ, ນັບຖື ແລະ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັບ ອາຊຽນ ຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.

     ກອງປະຊຸມ ອາຊຽນ-ລັດເຊຍ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມ ສະເຫຼີມສະຫຼອງ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ລັດເຊຍ (2018-2023), ໃຫ້ຄຳໝັ້ນສັນຍາຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງ, ແທດຈິງກ່ວາ.

    ກອງປະຊຸມ ອາຊຽນ-ອົດສະຕາລີ ໄດ້ເຫັນດີເພີ່ມທະວີການຮ່ວມມື ມຸ່ງໄປເຖິງການພັດທະນາແບບຍືນຍົງ, ສະໜັບສະໜູນການຈັດການເຈລະຈາຂັ້ນສູງ ອາຊຽນ-ອົດສະຕາລີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໂດຍ ລາວ, ອົດສະຕາລີ ແລະ ຫວຽດນາມ ເປັນປະທານຮ່ວມໃນທ້າຍປີນີ້ຢູ່ ຫວຽດນາມ.

  ທີ່ກອງປະຊຸມ ອາຊຽນ-ຈີນ, ປະເທດຕ່າງໆ ໄດ້ຊົມເຊີຍຄວາມຕືບໜ້າໃນການເຈລະຈາ ຍົກລະດັບສັນຍາການຄ້າເສລີ, ບັນດາທ່ານລັກຖະມົນຕີ ມີຄວາມພຶງພໍໃຈ ຮັບຮູ້ຄວາມຄືບໜ້າໃນການເຈລະຈາກົດແຫ່ງການປະພຶດ (COC) ຢູ່ທະເລາຕາເວັນອອກ ດ້ວຍການສິ້ນສຸດຮອບອ່ານເອກະສານຄັ້ງທີ 2 ແລະ ຮັບຮອງເອົາເອກະສານແນະນຳຊຸກຍູ້ການສ້າງ COC ສຳເລັດໄດຍໂວ. ສອງຝ່າຍເຫັນດີຈະເອົາປີ 2024 ແມ່ນປີພົບປະແລກປ່ຽນ ປຊຊ ອາຊຽນ-ຈີນ.

     ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາຄູ່ຮ່ວມມື ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ສືບຕໍ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ ອາຊຽນ, ພ້ອມກັນປະກອບສ່ວນສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ. ທ່ານສະເໜີໃຫ້ບັນດາຄູ່ຮ່ວມມື ສະໜັບສະໜູນຫຼັກໝັ້ນ ແລະ ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ບັນດາບັນຫາພາກພື້ນ ແລະ ສາກົນອື່ນໆ. ທ່ານເນັ້ນໜັກເຖິງຕວາມສຳຄັນຂອງຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982  (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ