ກອງປະຊຸມCOP-20ບັນລຸໄດ້ຂໍ້ຕົກລົງແມ່ໃຫ້ສົນທິສັນຍາດິນຟ້າອາກາດທົ່ວໂລກ

ກອງປະຊຸມCOP-20ບັນລຸໄດ້ຂໍ້ຕົກລົງແມ່ໃຫ້ສົນທິສັນຍາດິນຟ້າອາກາດທົ່ວໂລກ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ ເປ​ຣູ, ປະ​ທານ COP 20 ທ່ານ Manuel Pulgar-Vidal (ກາງ)
(ພາບ: Kyodo/TTXVN)

(vovworld) – ວັນ​ທີ 14/12, ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ ສ​ປ​ຊ (COP 20) ຖືກ​ອັດ​ລົງ​ຢູ່ນະ​ຄອ​ນຫຼວງ Lima, ເປ​ຣູ, ດ​້ວຍ​ໝາກ​ຜົນ​ບັ​ນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແມ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ອາຍ​ແກັດ​ກໍ່​ມົນ​ລະ​​ພິດ​ເຮືອນ​ແກ້ວ. ຕາມ​ຂໍ້​ຕົກ​ລົງ​ທີ່​ຫາກໍ່​ໄດ້​ຮັບ​ຮອງ​ເອົາ​ແລ້ວ, 190 ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (UNFCC) ​ຕ້ອງ​ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ​ແຫ່ງ​ຊາດ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ມົນ​ລະ​ຜິ​ດ​ເຮືອນ​ແກ້ວ​ເຖິງ​ເວ​ລາບໍ່​ເປັນ​ທາງ​ການ​ແມ່ນ​ວັນ​ທີ 31/5/2015 ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ຕ້ອງ​ເພີ່ມ​ເຕີມ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງໃນ​ວັນ​ທີ 1/11/2015 ເພື່ອ​ຕີ​ລາ​ຄາ​ກ່ຽວກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ​ເພື່ອ​ແນ​ໃສ່​​ບັນ​ລຸຈຸດ​ໝາຍ​​ບໍ່​ໃຫ້ອຸນ​ຫະ​ພູມ​ຂອງ​ໜ່ວຍ​ໂລກ​ເພີ່ມ​ຂຶ້ນເກີນ 2 ອົງ​ສາ ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ກ່ອນ​ອຸດ​ສາ​ຫະ​ກຳ. ນີ້​ແມ່ນກອງ​ປະ​ຊຸມ​ສຸດ​ທ້າຍ​ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ເພື່ອບັນ​ລຸ​​​ສັນ​ຍາ​ສະ​ບັບໃໝ່​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດທີ່​ຮອບ​ປຶກ​ສາ​ຫາ​ລື​ໃນ​ປີ​ໜ້າ​ຢູ່ ຝ​ຣັ່ງ, ແທນ​ໃຫ້​ສົນ​ທິ​ສັນ​ຍາ ໂຕ​ກຽວ ທີ່ຈະ​ໝົດ​ກຳ​ນົດ​ເວ​ລາ​ໃນ​ປີ 2020.


ຂ່າວ/ບົດ​ອື່ນ