ກອງປະຊຸມCOP20ມຸ່ງໄປເຖິງຂໍ້ຕົກລົງປະຫວັດສາດ

ກອງປະຊຸມCOP20ມຸ່ງໄປເຖິງຂໍ້ຕົກລົງປະຫວັດສາດ - ảnh 1
ກອງ​ປະ​ຊຸມ COP 20
(ພາບ: www.cop20.pe)

(vovworld) - ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ປະ​ລິ​ມານ​ອາຍ​ແກັດ​ກໍ່​​ມົນ​ລະ​ພິດ​ເຮືອນ​ແກ້ວ - ເຊິ່ງ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ໜ່ວຍ​ໂລກ​ອູ່ນ​ຂຶ້ນ, ວັນ​ທີ 1/12, ບັນ​ດາ​ເຈົ້າ​ໜ້າ​ທີ່​ທີ່​ມາ​ຈາກ 196 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (UNFCC), ພື້ນ​ຖານ​ຂອງ​ອະ​ນຸ​ສັນ​ຍາ Kyoto 1997, ມີ​ໜ້າ​ຢູ່​ນະ​ຄອນຫຼວງ Lima, ປະ​ເທດ Peru, ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 20 (COP 20). ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ເລ​ຂາ​ທິ​ການ​ບໍ​ລິ​ຫານ UNFCC Christiana Figueres ຢັ້ງ​ຢືນ​ວ່າ: ບັນ​ດາ​ໄພ​ອັນ​ຕະ​ລາຍ​ຈາກ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ກໍ​ຄື​ຜົນ​​ກະ​ທົບ​ຫຍໍ້​ທໍ້​ຂອງ​ມັນ​ຈະ​ແຈ້ງ​ກ່​ວາ​ເວ​ລາ​ໃດ​ໝົດ​. ໂລກກໍ່​ບໍ່​ເຄີຍ​ເຫັນ​ປະ​ຈັກ​ຕາ​ຄວາມ​ມຸ່ງ​ຫວັງ​ເຄື່ອນ​ໄຫວ​ເພື່ອ​ສະ​ພາບ​ແວດ​ລ້ອມ​ທີ່​ມາ​ຈາກ​ທຸກໆ​ພາກ​ສ່ວນ​ໃນ​ປະ​ຊາ​ຄົມ​ຄື​ປະ​ຈຸ​ບັນ. ກອງ​ປະ​ຊຸມ​ແກ່​ຍາວ​ເປັນ​ເວ​ລາ 12 ວັນ ແລະ ບັນ​ດາ​ຜູ້​ແທນ​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການກໍ່​ຄື​ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທີ່​ພວມ​ຖືກ​ທ​ຳ​ລາຍ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ມະ​ນຸດ.


ຂ່າວ/ບົດ​ອື່ນ