ກອງປະຊຸມກ່ຽວກັບການອຸປະຖຳໃຫ້ແກ່ຊີຣີ ຄັ້ງທີ 3 ຢູ່ບຣຸກແຊນ, ແບນຊິກ

(VOVWORLD) -ສະຫະພາບເອີລົບ (EU) ແລະ ສະຫະປະຊາຊາດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຢູ່ບຣຸກແຊນ, ປະເທດແບນຊິກ ກ່ຽວກັບການໜູນຊ່ວຍຊີຣີ ແລະ ບັນດາປະເທດໃນພາກພື້ນ ດ້ວຍຫົວຂໍ້ວ່າ “ໜູນຊ່ວຍໃຫ້ແກ່ອະນາຄົດຂອງຊີຣີ ແລະ ພາກພື້ນ”, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 12 – 14 ມີນາ.

ກອງປະຊຸມໄດ້ວາງອອກເປົ້າໝາຍລະດົມການໜູນຊ່ວຍໃຫ້ຫຼາຍກວ່າອີກ ເພື່ອຊ່ວຍປະຊາຄົມສາກົນ ໃນການສະໜັບສະໜູນປະຊາຊົນຊີຣີ ແລະ ຊອກຫາມາດຕະການທາງການເມືອງຢ່າງຍາວນານໃຫ້ແກ່ວິກິດການເຊິ່ງປະເທດນີ້ພວມປະເຊີນໜ້າ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈະຢືນຢັນຄືນໃໝ່ການສະໜັບສະໜູນດ້ານການເມືອງ ແລະ ການເງິນຂອງປະຊາຄົມສາກົນ ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງຂອງຊີຣີ, ພິເສດແມ່ນ ລີບັງ, ຈໍແດນ ແລະ ຕວກກີ,  ກໍຄືບັນດາຄວາມມານະພະຍາຍາມເຊິ່ງອີຣັກ ແລະ ອີຢິບ ພວມຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ