ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich ປະກາດບົດລາຍງານຄວາມໝັ້ນຄົງປະຈຳປີ
(VOVWORLD) - ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ.
ທ່ານປະທານ MSC Wolfgang Ischinger (ຜູ້ທີ 2 ນັບແຕ່ເບື້ອງຂວາມື) ໃນການຖະແຫຼງຂ່າວ (ພາບ: TTXVN) |
ວັນທີ 09 ກຸມພາ, ຄະນະຈັດຕັ້ງກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະກາດບົດລາຍງານຄວາມໝັ້ນຄົງ Munich ປີ 2026, ໃນນັ້ນ ໄດ້ເຕື້ອງເຖິງການຜັນແປຫຼາຍຢ່າງ ແລະ ທ່າອ່ຽງພົ້ນເດັ່ນຂອງສະພາບແວດລ້ອມຄວາມໝັ້ນຄົງ - ການເມືອງທົ່ວໂລກໃນປັດຈຸບັນ. ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ. ເອກະສານສະບັບດັ່ງກ່າວໄດ້ລະບຸວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແມ່ນໜຶ່ງໃນບັນດາການນຳທີ່ມີຜົນສະທ້ອນຫຼາຍເຖິງວິວັດທະນາການດັດປັບບັນດາຫຼັກການ ແລະ ໂຄງສ້າງການຮ່ວມມືສາກົນໃນໄລຍະຜ່ານມາ.
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວປະກາດບົດລາຍງານຢູ່ ເບີລິນ, ທ່ານ Wolfgang Ischinger ປະທານ MSC ໃຫ້ຮູ້ວ່າ ສາຍພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດອັດລັງຕິກ ໄດ້ປະກົດມີຄວາມແຕກຕ່າງກັນໃດໜຶ່ງ ນັບແຕ່ເມື່ອທ່ານ Donald Trump ເລີ່ມຮັບດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2; ພ້ອມທັງວາງອອກຄຳຖາມກ່ຽວກັບແງ່ຫວັງຮ່ວມມືຂ້າມອັດລັງຕິກ ກໍຄື ສາກົນໃນໄລຍະຈະມາເຖິງ. ບົດລາຍງານກໍໄດ້ເຕື້ອງເຖິງທ່າອ່ຽງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກັບບັນດາລະບອບລະບຽບການຢູ່ບາງປະເທດຕາເວັນຕົກ ພວມມີສັນຍານຫຼຸດລົງ, ພ້ອມທັງຮັບຮູ້ການພົ້ນເດັ່ນຂຶ້ນຂອງບັນດາກຳລັງການເມືອງທີ່ເດີນຕາມກຳນົດນິດປ່ຽນແປງຢ່າງເລິກເຊິ່ງກວ້າງຂວາງ./.