ກອງປະຊຸມກ່ຽວກັບຍຸດທະສາດພັດທະນາຂະແໜງລ້ຽງສັດໄລຍະ 2020 – 2030 ວິໄສທັດຮອດປີ 2040

(VOVWORLD) -ຍຸດທະສາດພັດທະນາຂະແໜງລ້ຽງສັດໄລຍະ 2020 – 2030 ວິໄສທັດຮອດປີ 2040 ແມ່ນເຄື່ອງມືເພື່ອກຳນົດທິດພັດທະນາ ເພື່ອໃຫ້ຂະແໜງລ້ຽງສັດຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາແບບຍືນຍົງ

ກອງປະຊຸມກ່ຽວກັບຍຸດທະສາດພັດທະນາຂະແໜງລ້ຽງສັດໄລຍະ 2020 – 2030 ວິໄສທັດຮອດປີ 2040 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເປັນປະທານກອງປະຊຸມກ່ຽວກັບຍຸດທະສາດພັດທະນາຂະແໜງລ້ຽງສັດໄລຍະ 2020 – 2030 ວິໄສທັດຮອດປີ 2040. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ຍຸດທະສາດພັດທະນາຂະແໜງລ້ຽງສັດໄລຍະ 2020 – 2030 ວິໄສທັດຮອດປີ 2040 ແມ່ນເຄື່ອງມືເພື່ອກຳນົດທິດພັດທະນາ ເພື່ອໃຫ້ຂະແໜງລ້ຽງສັດຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາແບບຍືນຍົງ, ຜ່ານນັ້ນປະກອບສ່ວນໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດ. ໜຶ່ງໃນບັນດາບຸລິມະສິດຕົ້ນຕໍເຊິ່ງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ວາງອອກແມ່ນ ຮັບປະກັນຄວາມສະຖຽນລະພາບຂອບເຂດການອອກແບບກຳລັງການຜະລິດຂອງບັນດາໂຮງງານຜະລິດຫົວອາຫານລ້ຽງສັດອຸດສາຫະກຳຮອດປີ 2030 ຈາກ 40 – 45 ລ້ານໂຕນ, ປະລິມານຕົວຈິງຈາກ 30 – 32 ລ້ານໂຕນ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວັນເກື່ອງ, ຢືນຢັນວ່າ.

          “ຕ້ອງກຳນົດທີ່ຕັ້ງຂອງຂະແໜງລ້ຽງສັດຄືນໃໝ່ ບົນພື້ນຖານຂອງຂະແໜງກະສິກຳ. ການສົ່ງອອກຂອງຫວຽດນາມ ແມ່ນຢືນຢູ່ອັບດັບທີ 15 ໃນໂລກ, ແຜນນະໂຍບາຍຂອງພັກ, ລັດໃນໄລຍະຈະມາເຖິງນີ້ ແມ່ນສືບຕໍ່ເຊື່ອມໂຍງ ໃນນັ້ນການລ້ຽງສັດໄດ້ຮັບການກຳນົດວ່າແມ່ນຂະແໜງເສົາຄ້ຳໃນຂົງເຂດກະສິກຳ, ຕ້ອງສວຍໃຊ້ກາລະໂອກາດນີ້. ກຳນົດບັນດາທິດທາງໃນວິວັດການພັດທະນາ, ປ່ຽນແປງໂຄງປະກອບຂະແໜງສິນຄ້າຄືນໃໝ່ໃຫ້ເໝາະສົມ, ກ່ອນອື່ນໝົດແມ່ນຄວາມຕ້ອງການຢູ່ພາຍໃນປະເທດ ແລະ ກ້າວໄປເຖິງການສົ່ງອອກ.”

ຕອບກັບ

ຂ່າວ/ບົດ​ອື່ນ