ກອງປະຊຸມກ່ຽວກັບລີບີຍົກອອກ5ຂໍ້ສະເໜີເພື່ອແນໃສ່ຢຸດຕິວິກິດການ

ກອງປະຊຸມກ່ຽວກັບລີບີຍົກອອກ5ຂໍ້ສະເໜີເພື່ອແນໃສ່ຢຸດຕິວິກິດການ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 14/12, ພາຍ​ຫຼັງ​​ດຳ​ເນີນ​ກອງ​ປະ​ຊຸມ​ເປັນ​ເວ​ລາ 2 ວັນ ຢູ່ ກາຍ​ໂຣ, ປະ​ເທດ​ອີ​ຢີບ, ກອງ​ປະ​ຊຸມ​ໄດ້​ເຕົ້າ​ໂຮມ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ລີ​ບີ ແລະ ບັນ​ດາ​ຝ່າຍ​ຄ້ານ ໄດ້​ອ​ອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ດາ​ຫຼັກ​ການ ແລະ ຂໍ້​ສະ​ເໜີ 5 ຂໍ້​​ເພື່ອປັບ​ປຸງ​ຂໍ້​ຕົກ​ລົງ​ໂດຍ​ສະ​ຫະ​ປະ​ຊາ​ຊາດ​ໜູນ​ຫຼັງ ທີ່​ໄດ້​ຍົກ​ອອກ​ມາ​ເມືຶ່ອ​ປີ 2015, ເພື່ອ​ແນ​ໃສ່​​ຈຸດໝາຍ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສ​າ​ມັກ​ຄີ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອນີ້. ບັນ​ດາ​ຂໍ້​ສະ​ເໜີ​ລວມ​ມີ: ປັ​ບ​ປຸງ​ກົງ​ຈັກ​ຂອງ​ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ແຫ່ງ​ຊາດ​ລີບີ (LNDC) ເພື່ອ​ແນ​ໃສ່​ສ້າງ​ຄວາມ​​​ດຸ່ນ​ດ່ຽງ​​ດ້ານ​ຜົນ​ປະ​ໂຫຍດ​ໃຫ້​ທ​ຸກ​ໆ​ຝ່າຍ​ຢູ່​ປະ​ເທດນີ້; ປັບ​ປຸງ​ສິດ​ຕ່າງໆ​ຂອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ລີ​ບີ ເຊິ່ງ​ໄດ້​ລະ​ບຸ​ໄວ້ໃນ​​​ມາດ​ຕາ​ທີ 8 ຂອງ​ຂໍ້​ຕົກ​ລົງ​ປີ 2015; ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ລາດ​ຂອງກອງ​ທັບ​ລີບ​ີ ຄື​ດັ່ງ​ກຳ​ລັງ​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ, ເຄື່ອນ​ໄຫວບໍ່​ເພື່ອ​ຈຸດ​ປະ​ສົງ​ການ​ເມືອງ… ນອກນັ້ນ, ​ຕາງ​ໜ້າລັດ​ຖະ​ບານ ແລະ ບັນ​ດາ​ພັກ​ຝ່າຍ​ຢູ່​ລີບ​ີ ໄດ​້​ຮຽກ​ຮ້ອງ LNDC ແລະ ຄະ​ນະ​ປະ​ຕິ​ບັດ​ງານ​​ໜູນ​ຊ່ວຍ​ຂອງ​ສະ​ຫະ​ປະ​ຊາ​ຊາດຢູ່​ລີບ​ີ ຈັດ​​ຕັ້ງກອງ​ປະ​ຊຸມ​ໃນ​ຮອບ​ເວ​ລາ 2 ອາ​ທິດ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຂໍ້ສະ​ເໜີ​ທີ່ກອງ​ປະ​ຊຸມນີ້ ແລະ ຍົກ​ອອກ​ບັນ​ດາ​ມາດ​ຕ​ະ​ການ​ແກ້​ໄຂ​ເພື່ອ​​ອາດສາ​ມາດ​ຢຸດ​ຕິ​ວິ​ກິດ​ການ​ຄື​ໃນ​ປະ​ຈຸ​ບັນ​ຢ​ູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອນີ້.

ຂ່າວ/ບົດ​ອື່ນ