ກອງປະຊຸມຂັ້ນສູງ G 20 ກ່ຽວກັບການຕ້ານການສໍ້ລາດບັງຫລວງ

ກອງປະຊຸມຂັ້ນສູງ G 20 ກ່ຽວກັບການຕ້ານການສໍ້ລາດບັງຫລວງ - ảnh 1
ກອງປະຊຸມຂັ້ນສູງ G 20
ພາບ:internet


(vovworld)-ກອງ​ປະຊຸມ​ຂັ້ນ​ສູງ​ກຸ່ມ​ບັນດາ​ພື້ນ​ຖານ​ເສດຖະກິດ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​-ຊັ້ນ​ນຳ​ຂອງໂລກ( G20) ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 25/4 ຢູ່​ນະຄອນຫລວງ ປາຣີ ປະ​ເທດ ຝລັ່ງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງສະຫະພັນ​ລັດ​ເຊຍ, ຊື່​ງ​ ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ G 20. ຕາມ​ບັນດາ​ປະ​ເທດ​ຈັດ​ກອງ​ປະຊຸມ​ແລ້ວ, ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ສິ່ງ​ກີດ​ຂວາງ​ຕົ້ນຕໍ​ສຳລັບ​ການ​ເຕີບ​ໂຕ​ເສດຖະກິດ​ກໍ​ຄື​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ. ສະ​ນັ້ນ ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຮຽກຮ້ອງ​​ໃຫ້ຕ້ອງ​ມີ​ວິທີ​ສຳ​ພັດ​ຢ່າງ​ກວ້າງຂວາງ ​​​ແລະ ​ເປັນ​ເອກະ​ພາບ ພ້ອມ​ກັບ​ການ​ຮ່ວມ​ມື​ຢ່າງ​ຕັ້ງຫນ້າ​ລະຫວ່າງ​ບັນດາ​ລັດຖະບານ ​ແລະ ວິ​ສາ​ຫະກິດ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື​ການ​​ໃຫ້ບຸລິມະສິດທີ່​​ໄດ້​​ກຳນົດ​ໃນ​ຂອບ​ເຂດ​ແຜນການ​ດຳ​ເນີນ​ງານ​ຂອງ​ກຸ່ມ G 20 ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ສໍ​້ລາດ​ບັງ​ຫລວງ​ໄລຍະ 2013 - 2014 ກໍ​ຄື​ຂໍ້​ສະ​ເຫ​ນີ​ຢ່າງ​ເໝາະ​ສົມສຳລັບ​ບັນດາ​ວິ​ສາ​ຫະກິດ​ ຂອງ G 20.

ຂ່າວ/ບົດ​ອື່ນ