ກອງປະຊຸມຂອງ ສປຊ ກ່ຽວກັບບັນຫາລັດປາແລດສະຕິນ ຖືກໂຈະໄວ້ ຍ້ອນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ

(VOVWORLD) -ກອງປະຊຸມຂັ້ນສູງ ຂອງ ສປຊ ກ່ຽວກັບມາດຕະການສອງລັດ ໃຫ້ແກ່ ອິດສະຣາແອນ ແລະ ປາແລດສະຕິນຄາດວ່າຈະດຳເນີນໃນສັບປະດາຈະມາເຖິງ ໄດ້ຖືກໂຈະໄວ້ ຍ້ອນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ ຕາເວັນອອກກາງ.
ກອງປະຊຸມຂອງ ສປຊ ກ່ຽວກັບບັນຫາລັດປາແລດສະຕິນ ຖືກໂຈະໄວ້ ຍ້ອນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ທີ່ການຖະແຫລງຂ່າວໃນວັນທີ 13/6 ຢູ່ ວັງ Elysee, Paris,

ຝລ່ັງ ແລະ ຊາອຸດິ ອາຣັບບີ ຄາດວ່າ ຈະເປັນປະທານຮ່ວມກອງປະຊຸມ ໂດຍ ສປຊ ຈັດຕັ້ງຢູ່ ນິວຢອກ ອາເມລິກາ ແຕ່ວັນທີ 17 -20 ມິຖຸນາ. ແຕ່ວັນທີ 13 ມິຖຸນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ: ກອງປະຊຸມນີ້ຖືກໂຈະໄວ້ ຍ້ອນສາຍເຫດພະລາທິການ ແລະ ຄວາມໝັ້ນຄົງ ແລະ ຍ້ອນຜູ້ຕາງຫນ້າຈຳນວນຫນຶ່ງຂອງ ປາແລດສະຕິນ ບໍ່ສາມາດເຂົ້າຮ່ວມເຫດການໄດ້. ປະທານາທິບໍດີ ຝລ່ັງ ເນັ້ນຫນັກ ເຫດການນີ້ ຈະໄດ້ຈັດຕັ້ງໃນເວລາໄວເທົ່າທີ່ຈະໄວ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ