ກອງປະຊຸມຂອງບັນດາອະນຸກຳມະການກ່ຽວກັບວິທະຍາສາດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງ APEC

(VOVWORLD) - ໃນຂອບເຂດກອງປະຊຸມຄັ້ງທີ 2 ຂອງບັນດາເຈົ້າໜ້າທີ່ອາວຸໂສ (SOM 2) ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 11/5, ຢູ່ຮ່າໂນ້ຍ, ໄດ້ດຳເນີນບັນດາກອງປະຊຸມຂອງກຸ່ມປະຕິບັດງານ, ບັນດາອະນຸກຳມະການຂອງ APEC.

ກອງປະຊຸມຂອງບັນດາອະນຸກຳມະການກ່ຽວກັບວິທະຍາສາດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງ APEC - ảnh 1 ຜູ້ແທນຕາງໜ້າບັນດາພື້ນຖານເສດຖະກິດ APEC ຈັດຕັ້ງໃນວັນທີ 10/5

ບັນດາກອງປະຊຸມແມ່ນສຸມໃສ່ເຂົ້າຫຼາຍບັນຫາຄື: ຄູ່ຮ່ວມມືນະໂຍບາຍກ່ຽວກັບວິທະຍາສາດເຕັກໂນໂລຢີແບບມີຫົວຄິດປະດິດສ້າງ (PPSTI); ກອງປະຊຸມກຸ່ມກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ມີຫົວຄິດປະດິດສ້າງ ແລະ ການເຊື່ອມຕໍ່, ຄະນະກຳມະການການຄ້າ ແລະ ການລົງທຶນ (CTI) - ກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າໃນລະບົບມູນຄ່າທົ່ວໂລກໃນຂະແໜງບໍລິການ, ການອອກແບບແຟຊັນ. ພ້ອມກັນນັ້ນ, ຄະນະກຳມະການການຄ້າ ແລະ ການລົງທຶນ (CTI), ການເຈລະຈານະໂຍບາຍການຄ້າ (TPD) ກ່ຽວກັບການບໍລິການສິ່ງແວດລ້ອມກ້າວເຂົ້າສູ່ມືເຮັດວຽກທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ