ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫງ​ຊາດ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມສະ​ໄໝ​ສາ​ມັນເທື່ອ​ທີ 4, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) -ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2022. 
ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫງ​ຊາດ ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມສະ​ໄໝ​ສາ​ມັນເທື່ອ​ທີ 4, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ພາບປະກອບ: TTXVN

ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 15 ຢ່າງເປັນທາງການ. ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 12 ກັນຍາ ຫາ ວັນທີ 15 ກັນຍາ, ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນ ແລະ ຕັດສິນໃຈບາງບັນຫາກ່ຽວກັບເສດຖະກິດ - ສັງຄົມ. ພິເສດ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນຕໍ່ການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XV.

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2022. ກ່ຽວກັບການເຄື່ອນໄຫວຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາຫົວເລື່ອງ “ປະຕິບັດບັນດາມະຕິຂອງ ຄະນະປະຈຳສະພາແຫ່ງຊາດກ່ຽວກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງໃນໄລຍະ 2019 - 2021”; “ການປະຕິບັດກົດໝາຍກ່ຽວກັບການຕ້ອນຮັບພົນລະເມືອງ ແລະ ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງໃນລະຫວ່າງວັນທີ 1 ກໍລະກົດ 2016 ຫາ ວັນທີ 1 ກໍລະກົດ 2021.”

ຕອບກັບ

ຂ່າວ/ບົດ​ອື່ນ