ກອງປະຊຸມຄັ້ງທີ 2: ສະພາແຫ່ງຊາດຈະຕົກລົງຫຼາຍນະໂຍບາຍໃຫຍ່ເພື່ອແນໃສ່ຟື້ນຟູການຜະລິດດຳເນີນທຸລະກິດ

(VOVWORLD) -ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍ 10 ສະບັບ, ຮ່າງມະຕິ 7 ສະບັບ; ຕິດຕາມຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການທຳຮ້າຍເດັກ…

ກອງປະຊຸມຄັ້ງທີ 2: ສະພາແຫ່ງຊາດຈະຕົກລົງຫຼາຍນະໂຍບາຍໃຫຍ່ເພື່ອແນໃສ່ຟື້ນຟູການຜະລິດດຳເນີນທຸລະກິດ - ảnh 1 ສະພາແຫ່ງຊາດຫວຽດນາມ ເລີ່ມຈັດກອງປະຊຸມຄັ້ງທີ 2

(ພາບ: quochoi.vn)

ຕອນເຊົ້າວັນທີ 08 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ເລີ່ມຈັດກອງປະຊຸມຄັ້ງທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ໂດຍມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນສະຫຼຸບໝາກຜົນຂອງກອງປະຊຸມທາງອອນລາຍຂອງສະພາແຫ່ງຊາດ (ແຕ່ວັນທີ 20 – 28 ພຶດສະພາ), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍ 10 ສະບັບ, ຮ່າງມະຕິ 7 ສະບັບ; ຕິດຕາມຫົວເລື່ອງສະເພາະກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການທຳຮ້າຍເດັກ…

        “ດ້ວຍຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ສະພາແຫ່ງຊາດໄດ້ເປັນເຈົ້າການປ່ຽນແປງໃໝ່, ມີໄຫວພິບ, ນຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອຮັບມືກັບສະພາບເງື່ອນໄຂຕົວຈິງ. ເປັນຄັ້ງທຳອິດສະພາແຫ່ງຊາດ ໄດ້ຈັດກອງປະຊຸມທາງອອນລາຍຢ່າງຕໍ່ເນື່ອງເປັນເວລາຫຼາຍມື້ ແລະ ບັນລຸປະສິດທິຜົນສູງ. ນີ້ແມ່ນໝາກຜົນໃນເບື້ອງຕົ້ນທີ່ໜ້າເຄົາລົບ, ສ້າງປະຖົມປັດໄຈເພື່ອສືບຕໍ່ຄົ້ນຄວ້າ, ເສີມຂະຫຍາຍ, ສ້າງຮູບແບບຈັດກອງປະຊຸມຂອງສະພາແຫ່ງຊາດໃນໄລຍະຈະມາເຖິງໃຫ້ສົມບູນແບບ”.

        ຕາມທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລ້ວ, ກອງປະຊຸມຄັ້ງທີ 2 ຈະແກ່ຍາວເປັນເວລາປະມານ 11 ວັນ, ສະພາແຫ່ງຊາດຈະພິຈາລະນາ, ຕົກລົງຫຼາຍເນື້ອໃນ, ໃນນັ້ນມີບັນດາເນື້ອໃນໃຫຍ່, ມີຄວາມໝາຍສຳຄັນເພື່ອຟື້ນຟູການຜະລິດ ດຳເນີນທຸລະກິດ, ໜູນຊ່ວຍປະຊາຊົນ ແລະ ບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ ເພື່ອສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນປີ 2020 ແລະ ພັດທະນາໃນໄລຍະຈະມາເຖິງຢູ່ໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ